Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:8 - ພຣະຄຳພີສັກສິ

8 ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 41:8
37 Jak'a apnaqawi uñst'ayäwi  

ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ໄດ້​ຍ້າຍ​ເຂົ້າ​ມາ​ໃນ​ດິນແດນ​ນີ້ ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນີ້​ອອກ​ໄປ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ ມິດ​ສະຫາຍ​ຂອງ​ພຣະອົງ ໃຫ້​ເປັນ​ມໍຣະດົກ​ຂອງ​ພວກເພິ່ນ​ຕະຫລອດໄປ.


ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.


ພຣະອົງ​ປະທານ​ດິນແດນ​ຂອງ​ພວກເຂົາ​ໃຫ້​ແກ່​ໄພ່ພົນ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພຣະອົງ​ປະທານ​ດິນແດນ​ແກ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ພຣະເຈົ້າ ເປັນ​ພຣະເຈົ້າຢາເວ​ໃດ ຄວາມສຸກ​ເປັນ​ຂອງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ຜູ້​ໄດ້​ຊົງໄຖ່​ເອົາ​ອັບຣາຮາມ​ຈາກ​ຄວາມ​ເດືອດຮ້ອນ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ​ຕໍ່ໄປ ແລະ​ສີໜ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຫລ່າເຫລືອງ ຍ້ອນ​ຄວາມ​ອັບອາຍ​ຕໍ່ໄປ​ອີກ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ມີ​ຜູ້ໃດ​ແດ່​ຕາບອດ​ກວ່າ​ຜູ້ຮັບໃຊ້​ຂອງເຮົາ​ບໍ? ຜູ້ໃດ​ແດ່​ຫູ​ໜວກ​ກວ່າ​ຜູ້​ສົ່ງຂ່າວ​ທີ່​ເຮົາ​ໃຊ້​ໄປ​ນັ້ນ? ຜູ້ໃດ​ເປັນ​ຕາບອດ​ເໝືອນດັ່ງ​ທ່ານ​ທີ່​ເຮົາ​ມອບໝາຍ​ນັ້ນ, ແລະ​ຕາບອດ​ເໝືອນດັ່ງ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ.


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ສະນັ້ນ ຢ່າ​ສູ່ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ຝ່າຍ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ. ແຕ່​ທີ່​ໄກ​ສຸດ​ທາງ​ຕາເວັນອອກ​ແລະ​ຕາເວັນຕົກ ເຮົາ​ຈະ​ນຳ​ຄົນ​ຂອງເຈົ້າ​ກັບຄືນ​ມາ​ບ້ານ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຢາໂຄບ​ເອີຍ ຈົ່ງ​ພາກັນ​ຈົດຈຳ​ເລື່ອງນີ້. ອິດສະຣາເອນ​ເອີຍ ພວກເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ສ້າງ​ເຈົ້າ ເພື່ອ​ເປັນ​ຜູ້ຮັບໃຊ້​ຂອງເຮົາ; ອິດສະຣາເອນ​ເອີຍ ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.


ເຮົາ​ຕັ້ງ​ເຈົ້າ​ໃຫ້​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງເຮົາ ຄື​ຊ່ວຍເຫລືອ​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ໃຫ້​ເຈົ້າ​ມີ​ກຽດສັກສີ​ອັນ​ໃຫຍ່ຫລວງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ​ເລີຍ​ກໍຕາມ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ


ພຣະອົງ​ໄດ້​ກ່າວ​ແກ່​ຂ້ອຍ​ວ່າ, “ຊາດ​ອິດສະຣາເອນ​ຄື​ຜູ້ຮັບໃຊ້​ຂອງເຮົາ ເພາະ​ເຈົ້າ​ນີ້ແຫລະ ປະຊາຊົນ​ທັງຫລາຍ ຈຶ່ງ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ​ໄດ້.”


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.


ເພາະ​ພວກເຂົາ​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ຊຶ່ງ​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ພວກເຂົາ​ຈະ​ບໍ່​ຖືກ​ຂາຍ​ໃຫ້​ເປັນ​ທາດຮັບໃຊ້​ອີກ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


ຖ້າດັ່ງນັ້ນ​ແລ້ວ ມີ​ກົດບັນຍັດ​ໄວ້​ເພື່ອ​ຫຍັງ? ທີ່​ເພີ່ມ​ກົດບັນຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ປາກົດ​ເປັນ​ການ​ລ່ວງ​ລະເມີດ ຈົນກວ່າ​ເຊື້ອສາຍ​ທີ່​ໄດ້​ຮັບ​ພຣະສັນຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະດາ​ໄດ້​ແຕ່ງຕັ້ງ​ກົດບັນຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ.


ແຕ່​ຄວາມຮັກ​ຂອງ​ພຣະເຈົ້າຢາເວ ສຳລັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມີ​ຫລາຍ​ທີ່ສຸດ ທີ່​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ ແທນ​ທີ່​ຈະ​ເລືອກ​ເອົາ​ປະຊາຊົນ​ຊາດ​ອື່ນ ແລະ​ພວກເຈົ້າ​ກໍ​ຍັງ​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈົນເຖິງ​ວັນ​ນີ້.


ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ​ຈາກ​ປະຊາຊາດ​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.”


ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka