6 ຊ່າງສີມືຕ່າງກໍໄດ້ຊ່ວຍເຫລືອກັນແລະກັນ ທັງໃຫ້ກຳລັງໃຈຊຶ່ງກັນແລະກັນດ້ວຍ.
ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.”
ພຣະອົງບໍ່ເປັນດັ່ງຮູບເຄົາຣົບທີ່ຖືກສ້າງດ້ວຍມື ທີ່ຊ່າງໂລຫະເຄືອບຄຳທັງໃຊ້ເງິນຫລໍ່ຕີນດ້ວຍ.
ປະຊາຊົນຂອງດິນແດນທັງຫລາຍທີ່ໄກຫ່າງ ຕ່າງກໍໄດ້ພົບເຫັນສິ່ງທີ່ເຮົາໄດ້ກະທຳນັ້ນ; ພວກເຂົາເກີດຢ້ານ ແລະສັ່ນເຊັນທັງຕົວ ສະນັ້ນ ທັງໝົດຈຶ່ງເຕົ້າໂຮມກັນມາມີໜ້າ.
ຊ່າງໄມ້ເວົ້າຕໍ່ຊ່າງຄຳວ່າ, ‘ເຈົ້າເຮັດໄດ້ດີຫລາຍ.’ ຜູ້ທີ່ຕີຮູບເຄົາຣົບລະອຽດດີກໍຊູໃຈຜູ້ທີ່ໃຊ້ຕະປູຕອກດ້ວຍ. ເຂົາເວົ້າວ່າ, ‘ເຈົ້າຊຸບໂລຫະເຂົ້າກັນໄດ້ດີຫລາຍ.’ ຕອກຕະປູເຂົ້າຈຳດີເພື່ອຕໍ່ສ່ວນຕ່າງໆຂອງຮູບເຄົາຣົບ.
ຊ່າງຕີເຫລັກເອົາໂລຫະມາຫລອມ. ແຂນອັນແຂງແຮງຂອງລາວກໍໃຊ້ຄ້ອນຕີໂລຫະໃຫ້ເປັນຮູບ. ໃນເວລາທີ່ເຮັດວຽກຢູ່ນັ້ນ ລາວກໍຫິວເຂົ້າ, ຢາກນໍ້າ ແລະອິດເມື່ອຍ.