5 ປະຊາຊົນຂອງດິນແດນທັງຫລາຍທີ່ໄກຫ່າງ ຕ່າງກໍໄດ້ພົບເຫັນສິ່ງທີ່ເຮົາໄດ້ກະທຳນັ້ນ; ພວກເຂົາເກີດຢ້ານ ແລະສັ່ນເຊັນທັງຕົວ ສະນັ້ນ ທັງໝົດຈຶ່ງເຕົ້າໂຮມກັນມາມີໜ້າ.
ພວກເຫຼົ່ານີ້ເປັນເຊື້ອສາຍຂອງຢາເຟດ ທີ່ອາໄສຢູ່ໃນເຜົ່າ ແລະໃນປະເທດທີ່ແຕກຕ່າງກັນ ຊຶ່ງແຕ່ລະໝວດໝູ່ປາກເວົ້າພາສາຂອງຕົນເອງ.
ທົ່ວທັງໂລກຕົກສະທ້ານຢ້ານກົວ ຕໍ່ສິ່ງອັດສະຈັນອັນຍິ່ງໃຫຍ່ ທີ່ພຣະອົງໄດ້ກະທຳ ຈາກສົ້ນໂລກເບື້ອງນີ້ເຖິງສົ້ນໂລກເບື້ອງນັ້ນ ພຣະຣາຊກິດຂອງພຣະອົງ ຈະນຳສຽງໂຮຮ້ອງຍິນດີມາ.
ພຣະອົງເປັນຜູ້ຈັດທຸກສິ່ງໃຫ້ແກ່ແຜ່ນດິນ ໂດຍສົ່ງນໍ້າຝົນໃຫ້ຕົກລົງສູ່ພິພົບໂລກ ພຣະອົງບັນດານໃຫ້ດິນແດນອຸດົມແລະຮັ່ງມີ ໂດຍມີນໍ້າລໍ່ລ້ຽງປັດຖະພີໃຫ້ມີຜົນລະປູກ.
ຈົ່ງເວົ້າຕໍ່ພຣະເຈົ້າວ່າ, “ສິ່ງທີ່ພຣະອົງກະທຳນັ້ນກໍອັດສະຈັນທີ່ສຸດ ຄືຣິດທານຸພາບຍິ່ງໃຫຍ່ ຈົນສັດຕູກົ້ມຂາບຕໍ່ໜ້າພຣະອົງດ້ວຍຄວາມຢ້ານ.
ພຣະເຈົ້າໄດ້ອວຍພອນແກ່ພວກເຮົາ ຂໍໃຫ້ປະຊາຊົນທັງໝົດທີ່ສຸດປາຍແຜ່ນດິນໂລກ ຈົ່ງຖວາຍພຣະກຽດແດ່ພຣະອົງ.
ເມື່ອຊົນຊາດທັງຫລາຍໄດ້ຍິນເລື່ອງ ກໍແຕກຕື່ນຕົກໃຈກົວ; ຄວາມຢ້ານກົວອັນໃຫຍ່ຫລວງ ໄດ້ຄວບຄຸມຊາວຟີລິດສະຕິນໄວ້.
ພຣະເຈົ້າຊົງກ່າວວ່າ, “ແດນຫ່າງໄກ ຈົ່ງມິດແລະຟັງ ຈົ່ງຕຽມຄະດີຂອງພວກເຈົ້າສະເໜີໃນສານເຖີດ; ພວກເຈົ້າຈະໄດ້ມີໂອກາດກ່າວແລະປາໄສ ຈົ່ງມາຕັດສິນຊີ້ຂາດວ່າຜູ້ໃດເປັນຜູ້ຖືກຕ້ອງ.”
ຊ່າງສີມືຕ່າງກໍໄດ້ຊ່ວຍເຫລືອກັນແລະກັນ ທັງໃຫ້ກຳລັງໃຈຊຶ່ງກັນແລະກັນດ້ວຍ.
ບັດນີ້ ເຖິງວັນທີ່ຕີເຣຖືກທຳລາຍໃຫ້ໝຸ່ນທະລາຍ ເກາະດອນກໍຫວັ່ນໄຫວທັງຄົນກໍສະດຸ້ງຕົກໃຈດ້ວຍ.”
ພວກເຮົາຕ່າງກໍໄດ້ຍິນວ່າ ພຣະເຈົ້າຢາເວໄດ້ບັນດານໃຫ້ທະເລແດງແຫ້ງຕໍ່ໜ້າພວກເຈົ້າ ເມື່ອພວກເຈົ້າກຳລັງອອກມາຈາກປະເທດເອຢິບ ພວກເຮົາຍັງໄດ້ຍິນອີກວ່າ ພວກເຈົ້າໄດ້ຂ້າເຈົ້າສີໂຫນແລະເຈົ້າໂອກ ກະສັດສອງຄົນຂອງຊາວອາໂມຢ່າງໃດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.
ເມື່ອກະສັດທັງໝົດຂອງຊາວອາໂມ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ແລະກະສັດທັງໝົດຂອງຊາວການາອານ ທີ່ຢູ່ໃກ້ທະເລເມດີແຕຣາເນໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງ ຈົນປະຊາຊົນອິດສະຣາເອນຂ້າມໄປໄດ້; ກະສັດເຫຼົ່ານີ້ຕ່າງກໍຢ້ານກົວແລະເສຍຂວັນຍ້ອນຊາວອິດສະຣາເອນ.