23 ຈົ່ງບອກວ່າ, ໃນອະນາຄົດຈະມີຫຍັງເກີດຂຶ້ນມາ ແລ້ວພວກເຮົາກໍຈະໄດ້ຮູ້ວ່າພວກເຈົ້າຄືພະເຈົ້າ ຈົ່ງເຮັດສິ່ງດີບາງຢ່າງຫລືນຳໄພພິບັດມາເບິ່ງດູ; ຈົ່ງເຮັດໃຫ້ຢ້ານກົວອົກສັ່ນຂວັນເສຍລອງເບິ່ງ
ກະສັດແຫ່ງເອຢິບເອີຍ ບັນດາທີ່ປຶກສາຜູ້ຫລັກແຫລມຂອງເຈົ້າໄປໃສໝົດ? ບາງທີພວກເຂົາອາດບອກເຈົ້າໄດ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ມີແຜນການຫຍັງແດ່ຕໍ່ສູ້ເອຢິບກໍໄດ້.
ສິ່ງທີ່ເຮົາໄດ້ກ່າວໄວ້ດຽວນີ້ກາຍເກີດເປັນຈິງ ບັດນີ້ ເຮົາຈະໃຫ້ຮູ້ສິ່ງໃໝ່ໆກ່ອນທີ່ຈະເກີດຂຶ້ນ.”
ຈົ່ງໝາຍເກາະບັນດາຊົນຊາດໃຫ້ມາສູ້ຄະດີກັນ ມີພະຕົນໃດໃນພວກເຂົາ ທຳນວາຍອະນາຄົດໄດ້? ມີພະຕົນໃດແດ່ ບອກກ່ອນເຖິງສິ່ງຈະມີມາ? ຂໍໃຫ້ພະເຫຼົ່ານີ້ນຳພະຍານຂອງພວກເຂົາມາເບິ່ງ ເພື່ອພິສູດວ່າຝ່າຍຖືກຕ້ອງເປັນຂອງພວກເຂົາ ເພື່ອຢັ້ງຢືນວ່າຄຳທີ່ພວກເຂົາເວົ້າເປັນຈິງແທ້ໆ.
ຈົ່ງມາສະເໜີຄະດີຂອງພວກເຈົ້າທີ່ສານເບິ່ງດູ ຈົ່ງໃຫ້ຈຳເລີຍປຶກສາຊຶ່ງກັນແລະກັນເບິ່ງ. ຜູ້ໃດໄດ້ກ່າວລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນນໍ? ບໍ່ແມ່ນເຮົາບໍ ອົງທີ່ເປັນພຣະເຈົ້າຢາເວ? ຄືພຣະເຈົ້າອົງທີ່ຊອບທຳແລະພຣະຜູ້ຊ່ວຍ; ນອກຈາກເຮົາບໍ່ມີພຣະເຈົ້າອື່ນໃດອີກແລ້ວ.
ເຮົາຈະມອບຂຸມຊັບຈາກທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງຊັບສົມບັດເຫຼົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເອີ້ນເອົາເຈົ້າໂດຍນາມຊື່ຂອງເຈົ້າ.
ພວກເຂົາຍົກມັນຂຶ້ນໃສ່ບ່າ ແລະພາກັນຫາມໄປ ວາງຮູບພະລົງຢູ່ທີ່ໃດ ມັນກໍຢືນຢູ່ທີ່ນັ້ນ ມັນເໜັງຕີງຍ້າຍໄປມາບ່ອນໃດບໍ່ໄດ້ເລີຍ ຖ້າຜູ້ໃດຜູ້ໜຶ່ງພາວັນນາອະທິຖານມັນກໍຕອບຫຍັງບໍ່ໄດ້ ຫລືບໍ່ສາມາດຊ່ວຍຄົນໃດຄົນໜຶ່ງໄດ້ເລີຍ ໃຫ້ພົ້ນຈາກໄພພິບັດທີ່ມາປະເຊີນນັ້ນ.
ຮູບເຄົາຣົບນີ້ ຄືເປັນດັ່ງຫຸ່ນທີ່ສວນໝາກແຕງໂມ ຊຶ່ງສາມາດເວົ້າຈາ ຫລືປາໄສຫຍັງບໍ່ໄດ້; ຄົນຕ້ອງຫາມຍົກຍ້າຍເພາະມັນຍ່າງບໍ່ເປັນ ຢ່າສູ່ຢ້ານກົວຮູບເຄົາຣົບເຫຼົ່ານີ້ເທາະ ເພາະມັນທຳຮ້າຍພວກເຈົ້າບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີໃຫ້ແກ່ພວກເຈົ້າໄດ້ດ້ວຍ.”
ທີ່ຈະລົງໂທດພວກເຈົ້າຢ່າງດຽວກັນ ຖ້າບໍ່ບອກຄວາມຝັນໃຫ້ເຮົາຮູ້ຈັກ. ພວກເຈົ້າຕົກລົງກັນຕົວະເຮົາ ໂດຍຫວັງວ່າສິ່ງຕ່າງໆຈະປ່ຽນໄປຕາມກາລະເວລາ. ຈົ່ງເລົ່າຄວາມຝັນໃຫ້ເຮົາຮູ້ສາ ແລ້ວເຮົາກໍຈະຮູ້ວ່າພວກເຈົ້າແກ້ຄວາມຝັນນັ້ນໄດ້.”
ເຮົາບອກພວກເຈົ້າໃນເລື່ອງນີ້ກ່ອນເຫດການຈະເກີດຂຶ້ນ ເພື່ອວ່າເມື່ອເກີດຂຶ້ນແລ້ວ ພວກເຈົ້າຈະເຊື່ອວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ.’
ອົງພຣະຜູ້ເປັນເຈົ້າໄດ້ ຊົງແຈ້ງເຫດການເຫຼົ່ານີ້ໃຫ້ຮູ້ ຕັ້ງແຕ່ບູຮານນະການ ໄດ້ຊົງກ່າວໄວ້ດັ່ງນີ້ແຫລະ.”’