Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:22 - ພຣະຄຳພີສັກສິ

22 ຈົ່ງ​ມາ​ທີ່ນີ້ ແລະ​ທຳນວາຍ​ສິ່ງ​ທີ່​ເກີດຂຶ້ນ​ເບິ່ງດູ ເພື່ອ​ຈະ​ໄດ້​ຮູ້ເຫັນ​ວ່າ​ມັນ​ເກີດຂຶ້ນ​ເມື່ອໃດ​ແທ້ ຈົ່ງ​ອະທິບາຍ​ເຫດການ​ໃນ​ອະດີດ​ໃຫ້​ສານ​ຟັງ ບອກ​ວ່າ, ທຸກສິ່ງ​ນັ້ນ​ໝາຍຄວາມວ່າ​ຢ່າງໃດ​ແທ້.

Uka jalj uñjjattʼäta Copia luraña




ເອຊາຢາ 41:22
11 Jak'a apnaqawi uñst'ayäwi  

ຜູ້ໃດ​ໃນ​ພວກເຈົ້າ​ທຳນວາຍ​ວ່າ​ສິ່ງນີ້​ຈະ​ເກີດ​ມາ ເພື່ອ​ເຮົາ​ຈະ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ຄື​ຝ່າຍ​ຖືກຕ້ອງ? ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເວົ້າ​ເຖິງ​ເລື່ອງນີ້​ຈັກ​ຄຳໜຶ່ງ​ໄດ້​ເລີຍ ບໍ່ມີ​ຜູ້ໃດ​ໄດ້ຍິນ​ພວກເຈົ້າ​ເວົ້າ​ສິ່ງໃດ​ຈັກດີ້


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”


ມີ​ຜູ້ໃດ​ອີກ​ແດ່​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ? ຜູ້ໃດ​ແດ່​ບອກ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ລ່ວງໜ້າ​ໄດ້ ຄື​ເຫດການ​ທັງໝົດ​ນັ້ນ​ທີ່​ໄດ້​ເກີດຂຶ້ນ​ມາ ຕັ້ງແຕ່​ປະຖົມມະການ​ເຖິງ​ອະວະສານ​ພຸ້ນ?


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ເຮົາ​ບອກ​ພວກເຈົ້າ​ໃນ​ເລື່ອງ​ນີ້​ກ່ອນ​ເຫດການ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ວ່າ, ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ.’


ພຣະອົງ​ຈະ​ໃຫ້​ເຮົາ​ໄດ້​ຮັບ​ສະຫງ່າຣາສີ ເພາະ​ພຣະອົງ​ຈະ​ນຳ​ສິ່ງ​ທີ່​ເຮົາ​ກ່າວ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka