Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:21 - ພຣະຄຳພີສັກສິ

21 ພຣະເຈົ້າຢາເວ​ອົງ​ຊົງ​ເປັນ​ກະສັດ ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: “ພະ​ຂອງ​ຊົນຊາດ​ຕ່າງໆ ຈົ່ງ​ສະເໜີ​ຄະດີ​ຂອງ​ພວກເຈົ້າ ຈົ່ງ​ນຳ​ຂໍ້​ໂຕ້ແຍ້ງ​ອັນ​ດີທີ່ສຸດ​ຂອງ​ພວກເຈົ້າ​ມາ​ກ່າວ

Uka jalj uñjjattʼäta Copia luraña




ເອຊາຢາ 41:21
12 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ເວົ້າ​ຕໍ່​ພຣະເຈົ້າ​ທຸກສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ ແລະ​ເງີຍ​ຫົວ​ຂຶ້ນ​ສູງ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ບັດນີ້ ຈົ່ງ​ລຸກ​ຢືນ​ຂຶ້ນ​ດັ່ງ​ລູກ​ຜູ້ຊາຍ​ຜູ້ໜຶ່ງ ແລະ​ຕອບ​ຄຳ​ທີ່​ເຮົາ​ຈະ​ຖາມ​ເຈົ້າ​ເບິ່ງດູ


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ພຣະເຈົ້າ​ຊົງ​ກ່າວ​ວ່າ, “ແດນ​ຫ່າງໄກ ຈົ່ງ​ມິດ​ແລະ​ຟັງ ຈົ່ງ​ຕຽມ​ຄະດີ​ຂອງ​ພວກເຈົ້າ​ສະເໜີ​ໃນ​ສານ​ເຖີດ; ພວກເຈົ້າ​ຈະ​ໄດ້​ມີ​ໂອກາດ​ກ່າວ​ແລະ​ປາໄສ ຈົ່ງ​ມາ​ຕັດສິນ​ຊີ້ຂາດ​ວ່າ​ຜູ້ໃດ​ເປັນ​ຜູ້​ຖືກຕ້ອງ.”


ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ພວກເຈົ້າ ໄດ້ສ້າງ​ອິດສະຣາເອນ​ແລະ​ເປັນ​ກະສັດ​ຂອງ​ພວກເຈົ້າ.”


ຈົ່ງ​ໝາຍເກາະ​ບັນດາ​ຊົນຊາດ​ໃຫ້​ມາ​ສູ້​ຄະດີ​ກັນ ມີ​ພະ​ຕົນໃດ​ໃນ​ພວກເຂົາ ທຳນວາຍ​ອະນາຄົດ​ໄດ້? ມີ​ພະ​ຕົນໃດ​ແດ່ ບອກ​ກ່ອນ​ເຖິງ​ສິ່ງ​ຈະ​ມີ​ມາ? ຂໍ​ໃຫ້​ພະ​ເຫຼົ່ານີ້​ນຳ​ພະຍານ​ຂອງ​ພວກເຂົາ​ມາ​ເບິ່ງ ເພື່ອ​ພິສູດ​ວ່າ​ຝ່າຍ​ຖືກຕ້ອງ​ເປັນ​ຂອງ​ພວກເຂົາ ເພື່ອ​ຢັ້ງຢືນ​ວ່າ​ຄຳ​ທີ່​ພວກເຂົາ​ເວົ້າ​ເປັນຈິງ​ແທ້ໆ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka