ເອຊາຢາ 41:2 - ພຣະຄຳພີສັກສິ2 “ຜູ້ໃດນຳນັກປາບປາມຜູ້ໜຶ່ງ ມາແຕ່ທິດຕາເວັນອອກເດ ແລະເຮັດໃຫ້ລາວມີໄຊໃນທຸກບ່ອນທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະກະສັດ ແລະຊົນຊາດທັງຫລາຍ? ດາບຂອງລາວຟັນພວກເຂົາລົງໃຫ້ເປັນຂີ້ຝຸ່ນດິນທັງສິ້ນ. ລູກທະນູຂອງລາວເຮັດໃຫ້ພວກເຂົາກະຈັດກະຈາຍໄປ ເໝືອນດັ່ງເຟືອງທີ່ຖືກລົມພັດປິວໄປຈົນໝົດສິ້ນ. Uka jalj uñjjattʼäta |
“ນີ້ແມ່ນຄຳສັ່ງຂອງກະສັດໄຊຣັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນໄດ້ມອບອານາຈັກທັງໝົດທົ່ວທັງແຜ່ນດິນໂລກໃຫ້ຂ້າພະເຈົ້າ ແລະໄດ້ສັ່ງໃຫ້ຂ້າພະເຈົ້າຮັບຜິດຊອບໃນການສ້າງວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມຂຶ້ນໃໝ່. ບັດນີ້ ພວກທ່ານທັງໝົດທີ່ເປັນປະຊາຊົນຂອງພຣະອົງເອີຍ ຈົ່ງໄປທີ່ນັ້ນ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານສະຖິດຢູ່ກັບພວກທ່ານເທີ້ນ.”
ພຣະເຈົ້າຢາເວໄດ້ກ່າວກັບຜູ້ທີ່ພຣະອົງຊົງເຈີມໄວ້ຄືໄຊຣັດໃຫ້ເປັນກະສັດ ຜູ້ຊຶ່ງພຣະອົງໄດ້ຈັບມືຂວາໄວ້ເພື່ອໃຫ້ປາບບັນດາຊົນຊາດຕໍ່ໜ້າທ່ານ; ພຣະອົງສົ່ງເພິ່ນມາເພື່ອຖອດຕຳແໜ່ງກະສັດ ຈາກອຳນາດທີ່ພວກເຂົາມີສຳລັບການປົກຄອງນັ້ນ; ໃຫ້ເປີດປະຕູຕໍ່ໜ້າທ່ານ ແລະບໍ່ໃຫ້ປະຕູເມືອງປິດກ່າວດັ່ງນີ້ວ່າ:
ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້.