ເອຊາຢາ 41:19 - ພຣະຄຳພີສັກສິ19 ເຮົາຈະໃຫ້ຕົ້ນແປກເກີດໃນຖິ່ນແຫ້ງແລ້ງກັນດານ ຕົ້ນກະຖິນເທດ ຕົ້ນໄມ້ຫອມ ຕົ້ນໝາກກອກເທດ. ໃນດິນແດນແຫ້ງແລ້ງປ່າໄມ້ຈະເກີດມີມາ ຄືປ່າຕົ້ນສົນກັບພຸ່ມໄມ້ ແລະຕົ້ນແປກ. Uka jalj uñjjattʼäta |
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ແຕ່ລະຟາກຂອງລຳນໍ້ານັ້ນຈະມີຕົ້ນໄມ້ທຸກຊະນິດ ເກີດຂຶ້ນເພື່ອເປັນອາຫານ. ໃບຂອງຕົ້ນໄມ້ເຫຼົ່ານີ້ຈະບໍ່ຫ່ຽວແຫ້ງຈັກເທື່ອ ແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດໝາກຈັກເທື່ອ. ຕົ້ນໄມ້ເຫຼົ່ານີ້ຈະໃຫ້ໝາກໄມ້ສົດແຕ່ລະເດືອນ ເພາະໄດ້ຮັບນໍ້າລໍ່ລ້ຽງ ທີ່ໄຫລມາຈາກພຣະວິຫານ. ຕົ້ນໄມ້ຕ່າງໆຈະໃຫ້ໝາກໄມ້ເປັນອາຫານ ແລະໃບຂອງມັນກໍຈະຖືກນຳມາເພື່ອໃຊ້ໃນການປິ່ນປົວຄົນ.”