Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:18 - ພຣະຄຳພີສັກສິ

18 ເຮົາ​ຈະ​ໃຫ້​ມີ​ນໍ້າ​ໄຫລ​ຜ່ານ​ໄປ​ສູ່​ພູເຂົາ​ທີ່​ແຫ້ງແລ້ງ ແລະ​ມີ​ນໍ້າພຸ​ຫລັ່ງໄຫລ​ໃນ​ຮ່ອມພູ​ດ້ວຍ. ເຮົາ​ຈະ​ປ່ຽນ​ຖິ່ນ​ແຫ້ງແລ້ງ​ເປັນ​ສະ​ນໍ້າ​ທັງຫລາຍ ປ່ຽນ​ດິນ​ທີ່​ແລ້ງ​ຝົນ​ເປັນ​ບ່ອນ​ທີ່​ມີ​ນໍ້າພຸ​ໄຫລຫລັ່ງ.

Uka jalj uñjjattʼäta Copia luraña




ເອຊາຢາ 41:18
24 Jak'a apnaqawi uñst'ayäwi  

ພຣະອົງ​ສ້າງ​ນໍ້າພຸ​ໃຫ້​ໄຫລ​ໄປ​ຕາມ​ຮ່ອມພູ ແລະ​ໃຫ້​ແມ່ນໍ້າ​ໄຫລ​ຜ່ານ​ລະຫວ່າງ​ເນີນພູ​ດ້ວຍ.


ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.


ພຣະອົງ​ໃຫ້​ມີ​ໜອງ​ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມີ​ນໍ້າບໍ່​ໄຫລ​ໃນ​ດິນ​ແຫ້ງແລ້ງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຄືນ​ໃໝ່ ດັ່ງ​ສາຍຝົນ​ຄືນ​ມາ​ສູ່​ຫ້ວຍນໍ້າ​ທີ່​ເນເກັບ.


ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.


ດັ່ງ​ນໍ້າ​ເຢັນໆ​ຊ່ວຍ​ໃຫ້​ຜູ້​ຫິວນໍ້າ​ສົດ​ຊື່ນ​ສັນໃດ ຄວາມ​ຊ່ວຍຊູ​ຂອງ​ພຣະອົງ​ກໍ​ໃຫ້​ສົດຊື່ນ​ສັນນັ້ນ.”


ວັນ​ໃດ​ທີ່​ປ້ອມ​ປ້ອງກັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ຖືກ​ຢຶດ​ໄດ້ ແລະ​ປະຊາຊົນ​ຖືກ​ຂ້າ ວັນ​ນັ້ນ​ແຫຼະ ສາຍ​ນໍ້າ​ກໍ​ຈະ​ໄຫລ​ອອກ​ຈາກ​ພູ​ແລະ​ເນີນພູ​ທຸກໆໜ່ວຍ.


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.


ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຈະ​ຊົມຊື່ນ​ຍິນດີ ດອກໄມ້​ຈະ​ເບັ່ງບານ​ໃນ​ດິນ​ທີ່​ແຫ້ງແລ້ງ.


ເຮົາ​ຈະ​ໃຫ້​ນໍ້າ​ແກ່​ດິນແດນ​ທີ່​ຫິວກະຫາຍ ຈະ​ໃຫ້​ມີ​ແມ່ນໍ້າ​ໄຫລ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ. ເຮົາ​ຈະ​ເທ​ຣິດອຳນາດ​ເທິງ​ລູກໆ​ທັງຫລາຍ​ຂອງ​ເຈົ້າ ແລະ​ເທ​ພອນ​ເຖິງ​ເຊື້ອສາຍ​ຂອງ​ພວກເຈົ້າ.


ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ໃນ​ເວລາ​ນັ້ນ​ເທິງ​ພູ​ນີ້​ຈະ​ມີ​ແຕ່​ເຄືອໝາກອະງຸ່ນ ຈະ​ມີ​ສັດ​ລ້ຽງ​ທັງຫລາຍ​ຢູ່​ຕາມ​ເນີນພູ​ທຸກໆ​ໜ່ວຍ; ນໍ້າ​ຈະ​ມີ​ເຕັມ​ຢູ່​ທຸກ​ຫ້ວຍຮ່ອງ​ໃນ​ຢູດາ ນໍ້າບໍ່​ຈະ​ໄຫລ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ຫົດ​ຮ່ອມພູ​ຊິດຕິມ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ.


ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.


ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”


ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ມີ​ນໍ້າ​ອອກບໍ່​ໃນ​ຂຸມ​ບ່ອນ​ໜຶ່ງ​ທີ່​ເມືອງ​ເລຮີ. ແຊມຊັນ​ຈຶ່ງ​ດື່ມ​ແລະ​ມີ​ແຮງ​ອີກ. ລາວ​ຈຶ່ງ​ເອີ້ນ​ບໍ່ນໍ້າ​ນີ້​ວ່າ ເອັນຮັກກໍເຣ ຊຶ່ງ​ຍັງ​ຢູ່​ໃນ​ເມືອງ​ເລຮີ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka