Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:16 - ພຣະຄຳພີສັກສິ

16 ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ເອຊາຢາ 41:16
31 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງນັ້ນ​ເລີຍ ເປັນ​ດັ່ງ​ຂີ້ແກບ​ທີ່​ລົມ​ພັດ​ປີວໄປ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ດັ່ງ​ມົງກຸດ​ດອກໄມ້​ອັນ​ສະຫງ່າງາມ ສຳລັບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍັງ​ມີ​ຊີວິດ​ຢູ່.


ຄົນ​ຍາກຈົນ​ແລະ​ຄົນ​ຖ່ອມຕົວ​ຈະ​ພົບ​ຄວາມສຸກ​ອີກເທື່ອໜຶ່ງ ທີ່​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ມອບ​ໃຫ້.


ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ຄົນ​ເຫຼົ່ານັ້ນ​ເປັນ​ດັ່ງ​ຕົ້ນໄມ້​ນ້ອຍໆ​ທັງຫລາຍ ທີ່​ຫາ​ກໍ່​ປູກ​ໃໝ່ ແລະ​ຮາກ​ຫາ​ກໍ່​ຢັ່ງລົງ​ດິນ​ເທົ່ານັ້ນ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ລົມ​ພັດ​ຜ່ານ​ກາຍມາ ມັນ​ກໍ​ຫ່ຽວແຫ້ງ​ທັນທີ ແລະ​ຖືກ​ພັດ​ໄປ​ດັ່ງ​ເຟືອງເຂົ້າ.


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


ຈົ່ງ​ຍິນດີ​ແລະ​ເບີກບານ​ໃຈ​ຕະຫລອດໄປ​ໃນ​ສິ່ງ​ທີ່​ເຮົາ​ໄດ້ສ້າງ. ນະຄອນ​ເຢຣູຊາເລັມ​ໃໝ່​ທີ່​ເຮົາ​ນິຣະມິດ​ສ້າງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ປະຊາຊົນ​ໃນ​ນະຄອນ​ຈະ​ມີ​ແຕ່​ຄວາມສຸກ.


ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.


ເຮົາ​ຈະ​ສົ່ງ​ຊາວ​ຕ່າງດ້າວ​ທັງຫລາຍ​ມາ​ທຳລາຍ​ບາບີໂລນ ດັ່ງ​ລົມ​ທີ່​ພັດ​ເຟືອງ​ປິວ​ໄປ. ເມື່ອ​ມື້​ທຳລາຍ​ມາ​ເຖິງ ພວກເຂົາ​ຈະ​ໂຈມຕີ​ຈາກ​ທຸກ​ດ້ານ ທັງ​ຈະ​ປະ​ໃຫ້​ດິນແດນ​ນັ້ນ​ຮ້າງເປົ່າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka