Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:15 - ພຣະຄຳພີສັກສິ

15 ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 41:15
20 Jak'a apnaqawi uñst'ayäwi  

ທ້ອງ​ມັນ​ເປັນ​ດັ່ງ​ປ່ຽງ​ເສດ​ໝໍ້​ແຕກ​ອັນ​ຄົມໆ ມັນ​ບຸ​ຂີ້ຕົມ​ໄປ​ດັ່ງ​ຄາດ​ທີ່​ກຳລັງ​ຄາດ.


ຂ້ານ້ອຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ໃຫ້​ໝົດ ເປັນ​ດັ່ງ​ຂີ້ຝຸ່ນ​ຊຶ່ງ​ຖືກ​ລົມ​ພັດ​ປິວ​ໄປສິ້ນ. ຂ້ານ້ອຍ​ໄດ້​ຢຽບ​ພວກເຂົາ ເໝືອນ​ຢຽບ​ຂີ້ຕົມ​ໃນ​ຫົນທາງ​ຍ່າງ.


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ປະຊາຊົນ​ອິດສະຣາເອນ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ໄດ້​ຖືກ​ຢຽບຢໍ່າ​ເໝືອນດັ່ງ​ນວດ​ເຂົ້າ ແຕ່​ບັດນີ້ ຂ້າພະເຈົ້າ​ປະກາດ​ຂ່າວ​ດີ​ທີ່​ຂ້າພະເຈົ້າ​ໄດ້ຍິນ ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ພວກເຈົ້າ​ຮູ້.


ລາວ​ບໍ່ເຄີຍ​ໃຊ້​ໄມ້​ໜັກໆ ທັບ​ເອົາ​ເມັດ​ຜັກຊີ​ແລະ​ຫົວ​ຂີ້ໝິ້ນ​ຈັກເທື່ອ; ແຕ່​ລາວ​ໃຊ້​ໄມ້​ຂະໜາດ​ພໍດີ​ຂຸດ​ເອົາ.


ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ


ເຮົາ​ຈະ​ທຳລາຍ​ເນີນພູ​ແລະ​ພູເຂົາ​ທັງຫລາຍ ແລ້ວ​ຫຍ້າ​ກັບ​ຕົ້ນໄມ້​ກໍ​ຈະ​ຫ່ຽວແຫ້ງ​ຕາຍ​ສິ້ນ. ເຮົາ​ຈະ​ປ່ຽນ​ຮ່ອມພູ​ທີ່​ມີ​ນໍ້າ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈະ​ໃຫ້​ສະ​ນໍ້າ​ແຫ້ງແລ້ງ​ລົງ​ຈົນ​ບໍ່ມີ​ນໍ້າ.


ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ? ພູເຂົາ​ທັງຫລາຍ​ຈະ​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”


ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.


ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ພຣະອົງ​ໄດ້​ຍ່າງ​ຜ່ານ​ໂລກ ໂກດຮ້າຍ​ໃນ​ຈິດໃຈ ຢຽບຢໍ່າ​ທຳລາຍ​ບັນດາ​ຊົນຊາດ​ຢ່າງ​ກີ້ວໂກດ.


ອຸບປະສັກ​ໃຫຍ່​ທໍ່​ພູຜາ ກໍ​ຈະ​ເຫືອດຫາຍ​ໄປ​ຕໍ່ໜ້າ​ເຈົ້າ. ເຈົ້າ​ຈະ​ສ້າງ​ວິຫານ​ຂອງເຮົາ​ຂຶ້ນ​ໃໝ່ ແລະ​ເມື່ອ​ເຈົ້າ​ວາງ​ຫີນ​ກ້ອນ​ສຸດທ້າຍ​ລົງ​ໃນ​ບ່ອນ​ນັ້ນ​ແລ້ວ ປະຊາຊົນ​ກໍ​ຈະ​ຮ້ອງ​ຂຶ້ນ​ວ່າ, ‘ງາມແທ້ ງາມແທ້!”’


ດັ່ງນັ້ນ ທາງ​ເຂດ​ເນີນພູ​ຈຶ່ງ​ຈະ​ເປັນ​ຂອງ​ພວກເຈົ້າ. ເຖິງ​ແມ່ນ​ວ່າ​ມັນ​ເປັນ​ປ່າ​ກໍຕາມ ແຕ່​ພວກເຈົ້າ​ກໍ​ສາມາດ​ຖາງ​ໃຫ້​ແປນ ແລະ​ຢຶດຄອງ​ຈາກ​ສົ້ນ​ເບື້ອງນີ້​ຈົນເຖິງ​ສົ້ນ​ເບື້ອງນັ້ນ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ໄດ້. ສຳລັບ​ພວກ​ການາອານ​ນັ້ນ ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລົດຮົບ​ເຫຼັກ ແລະ​ມີ​ກຳລັງ​ຫລາຍ​ກໍຕາມ ພວກເຈົ້າ​ກໍ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ໄດ້.”


ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ລາວ​ວ່າ, “ເຈົ້າ​ເຮັດ​ສິ່ງ​ນີ້​ໄດ້​ເພາະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ທຳລາຍ​ພວກ​ມີດີອານ​ໄດ້​ຢ່າງ​ງ່າຍດາຍ ຄ້າຍ​ກັບ​ວ່າ​ພວກເຂົາ​ມີ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka