12 ພວກເຂົາຈະສາບສູນຈາກແຜ່ນດິນໂລກນີ້ໄປ ທຸກຄົນທີ່ຕໍ່ສູ້ເຈົ້າທັງຫລາຍຈະບໍ່ມີຄຸນຄ່າ.
ໃນຕອນແລງ ມັນນຳເອົາຄວາມຢ້ານກົວອັນໃຫຍ່ມາ; ແຕ່ພໍຕອນເຊົ້າມາມັນກໍໜີໄປ. ນີ້ແຫລະ ຄືຊາຕາກຳຂອງພວກນັກປຸ້ນດິນແດນຂອງພວກເຮົາ.
ຊົນຊາດທັງໝົດທີ່ເຕົ້າໂຮມກັນເພື່ອໂຈມຕີນະຄອນເຢຣູຊາເລັມ ຈະເປັນດັ່ງຄົນກຳລັງຈະຕາຍເພາະຫິວເຂົ້າ ທີ່ຝັນວ່າກຳລັງກິນເຂົ້າ ແລະຕື່ນຂຶ້ນມາຫິວໂຫຍ ຫລືດັ່ງຄົນກຳລັງຈະຕາຍຍ້ອນກະຫາຍນໍ້າ ທີ່ຝັນວ່າກຳລັງດື່ມນໍ້າ ແລະຕື່ນຂຶ້ນມາໂດຍຄໍກໍຍັງແຫ້ງ.
ໃນໂລກນີ້ຈະບໍ່ມີກະສັດປົກຄອງ ແລະພວກຜູ້ນຳກໍຈະໝົດສິ້ນໄປ.
ພຣະເຈົ້າຢາເວ ໂຕ້ຕອບກ່າວຄືນໄປວ່າ, “ເຫດການດັ່ງທີ່ໄດ້ກ່າວ ກຳລັງຈະເກີດຂຶ້ນ. ຊະເລີຍຂອງທະຫານນັ້ນຈະຖືກຈັບເອົາໄປ ເຄື່ອງທີ່ນັກກົດຂີ່ໄດ້ປຸ້ນມາກໍຈະຖືກຢຶດດ້ວຍ. ເຮົາຈະສູ້ຮົບທຸກຄົນທີ່ຕໍ່ສູ້ກັບເຈົ້າ ເຮົາຈະຊ່ວຍເອົາລູກຫລານຂອງເຈົ້າໃຫ້ພົ້ນ.
ເວລານັ້ນກຳລັງມາ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະນຳເອົາພວກຊະເລີຍໃຫ້ກັບຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍມາເປັນກຽດແກ່ພວກເຂົາ ແລະທັງໂລກຈະຍ້ອງຍໍສັນລະເສີນພວກເຂົາ.