Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:11 - ພຣະຄຳພີສັກສິ

11 ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່

Uka jalj uñjjattʼäta Copia luraña




ເອຊາຢາ 41:11
25 Jak'a apnaqawi uñst'ayäwi  

ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


ແຕ່​ຖ້າ​ພວກເຈົ້າ​ເຊື່ອຟັງ​ເທວະດາ​ນັ້ນ ແລະ​ເຮັດ​ຕາມ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຮົາ​ຈະ​ຕໍ່ສູ້​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ.


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ


ແລ້ວ​ກອງທັບ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ ທີ່​ກຳລັງ​ໂຈມຕີ​ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ພ້ອມ​ທັງ​ອາວຸດ​ຍຸດທະພັນ​ທຸກຢ່າງ​ຂອງ​ພວກເຂົາ ກໍ​ຈະ​ສູນຫາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ພາບ​ທີ່​ຄົນ​ຄິດຂຶ້ນ​ຫາຍໄປ​ໃນ​ຕອນ​ກາງຄືນ.


ຊົນຊາດ​ທັງໝົດ​ທີ່​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ດັ່ງ​ຄົນ​ກຳລັງ​ຈະ​ຕາຍ​ເພາະ​ຫິວເຂົ້າ ທີ່​ຝັນ​ວ່າ​ກຳລັງ​ກິນ​ເຂົ້າ ແລະ​ຕື່ນ​ຂຶ້ນ​ມາ​ຫິວໂຫຍ ຫລື​ດັ່ງ​ຄົນ​ກຳລັງ​ຈະ​ຕາຍ​ຍ້ອນ​ກະຫາຍ​ນໍ້າ ທີ່​ຝັນ​ວ່າ​ກຳລັງ​ດື່ມ​ນໍ້າ ແລະ​ຕື່ນ​ຂຶ້ນ​ມາ​ໂດຍ​ຄໍ​ກໍ​ຍັງ​ແຫ້ງ.


ໃນ​ໂລກນີ້​ຈະ​ບໍ່ມີ​ກະສັດ​ປົກຄອງ ແລະ​ພວກ​ຜູ້ນຳ​ກໍ​ຈະ​ໝົດສິ້ນໄປ.


ຕໍ່ໜ້າ​ພຣະອົງ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ທັງໝົດ ພວກເຂົາ​ບໍ່ມີ​ປະໂຫຍດ​ຫຍັງ​ຕໍ່​ພຣະອົງ​ຈັກດີ້.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ພວກເຈົ້າ​ກັບ​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ບໍ່ມີ​ຫຍັງ​ໝົດ ຄົນ​ຂີ້ດຽດ​ທັງນັ້ນ​ທີ່​ນະມັດສະການ​ພວກເຈົ້າ.


ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”


ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.


ພຣະເຈົ້າຢາເວ ໂຕ້ຕອບ​ກ່າວ​ຄືນ​ໄປ​ວ່າ, “ເຫດການ​ດັ່ງ​ທີ່​ໄດ້​ກ່າວ ກຳລັງ​ຈະ​ເກີດຂຶ້ນ. ຊະເລີຍ​ຂອງ​ທະຫານ​ນັ້ນ​ຈະ​ຖືກ​ຈັບ​ເອົາ​ໄປ ເຄື່ອງ​ທີ່​ນັກ​ກົດຂີ່​ໄດ້​ປຸ້ນມາ​ກໍ​ຈະ​ຖືກ​ຢຶດ​ດ້ວຍ. ເຮົາ​ຈະ​ສູ້ຮົບ​ທຸກຄົນ​ທີ່​ຕໍ່ສູ້​ກັບ​ເຈົ້າ ເຮົາ​ຈະ​ຊ່ວຍ​ເອົາ​ລູກຫລານ​ຂອງເຈົ້າ​ໃຫ້ພົ້ນ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ຖ້າ​ຜູ້ໃດ​ໂຈມຕີ​ເຈົ້າ ກໍ​ເຮັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນ​ດີ ຜູ້ໃດ​ຂັດຂວາງ​ຕໍ່ສູ້​ເຈົ້າ ກໍ​ຈະ​ລົ້ມລົງ.


ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແຕ່​ຖ້າ​ຊົນຊາດ​ໃດ​ບໍ່​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຂອງ​ພວກເຂົາ​ຖິ້ມ​ຢ່າງ​ໝົດກ້ຽງ ແລະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຊາດ​ອິດສະຣາເອນ, ເຈົ້າ​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ ຄື​ເປັນ​ຜົນຜະລິດ​ລຸ້ນ​ທຳອິດ​ຂອງ​ພຣະອົງ. ເຮົາ​ເຮັດ​ໃຫ້​ຜູ້​ທີ່​ທຳຮ້າຍ​ເຈົ້າ​ໄດ້​ຮັບ​ທຸກ​ແລະ​ໄພພິບັດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ມາ​ຂໍ​ອະໄພໂທດ​ນຳ​ພວກເພິ່ນ ແລ້ວ​ພາ​ພວກເພິ່ນ​ອອກ​ຈາກ​ຄຸກ ແລະ​ຂໍຮ້ອງ​ພວກເພິ່ນ​ໃຫ້​ໄປ​ຈາກ​ເມືອງ​ນີ້.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka