5 ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈະປາກົດແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີນັ້ນ ປາກຂອງພຣະເຈົ້າຢາເວເອງໄດ້ກ່າວໄວ້.”
ຄົນໃດໃນຄອບຄົວຂອງເຈົ້າທີ່ຕາຍໃນເມືອງກໍຈະຖືກໝາກັດກິນ ແລະຄົນໃດທີ່ຕາຍຢູ່ນອກເມືອງກໍຈະຖືກແຮ້ງເຈາະກິນ. ສຳລັບພຣະເຈົ້າຢາເວໄດ້ກ່າວໄວ້.”’
ເມື່ອພຣະເຈົ້າຢາເວສ້າງຊີໂອນຂຶ້ນໃຫມ່ ພຣະອົງຈະປາກົດດ້ວຍສະຫງ່າຣາສີຂອງພຣະອົງ.
ຝ່າຍປະຊາຊົນທີ່ຖືກປະຖິ້ມນັ້ນ ພຣະອົງຈະຟັງ ແລະຈະໄດ້ຍິນຄຳພາວັນນາອະທິຖານຂອງພວກເຂົາ.
ຂໍໃຫ້ພຣະນາມອັນຊົງຣິດຂອງພຣະອົງນັ້ນ ຈົ່ງເປັນທີ່ຍ້ອງຍໍສັນລະເສີນຕະຫລອດໄປ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເຕັມໄປທົ່ວແຜ່ນດິນໂລກ. ອາແມນ ອາແມນ.
ກຽດສັກສີແລະຣິດອຳນາດກໍອ້ອມຮອບພຣະອົງ ອຳນາດທັງສະຫງ່າຣາສີກໍເຕັມພຣະວິຫານຂອງພຣະອົງດ້ວຍ.
ຟ້າສະຫວັນ ປະກາດວ່າພຣະອົງຊົງຊອບທຳ ແລະທຸກຊົນຊາດກໍເຫັນສະຫງ່າຣາສີຂອງພຣະອົງດ້ວຍ.
ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າຕໍ່ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມຕໍ່ສູ້ພຣະອົງແທ້ ເພາະພວກເຮົາທັງສອງເປັນພຽງແຕ່ຜູ້ປະຕິບັດຕາມຄຳແນະນຳຂອງພຣະອົງເທົ່ານັ້ນ.”
ແຕ່ຖ້າພວກເຈົ້າປະຕິເສດແລະກະບົດ ພວກເຈົ້າກໍຈະໄດ້ຮັບໂທດເຖິງຕາຍ. ເພາະວ່າປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.”
ເທິງເນີນພູສັກສິດຂອງພຣະເຈົ້າຄືພູເຂົາຊີໂອນ ທີ່ນັ້ນຈະບໍ່ມີສິ່ງໃດໆທຳຮ້າຍ ແລະຊົ່ວຊ້າ. ຄົນທີ່ຮູ້ເຖິງພຣະເຈົ້າຢາເວຈະມີຢູ່ເຕັມດິນແດນ ດັ່ງທ້ອງທະເລຫລວງທີ່ເຕັມໄປດ້ວຍນໍ້າ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຮັດໃຫ້ຊົນຊາດຂອງຂ້ານ້ອຍ ມີປະຊາຊົນມາກມາຍເພີ່ມພູນຍິ່ງໆຂຶ້ນ ທັງເຮັດໃຫ້ເຂດແດນທຸກດ້ານຂະຫຍາຍອອກໄປ ເປັນການນຳກຽດອັນຍິ່ງໃຫຍ່ມາສູ່ພຣະອົງ.
ຈົ່ງຄົ້ນເບິ່ງໃນໜັງສືຂອງພຣະເຈົ້າຢາເວ ກ່ຽວກັບສັບພະທຸກສິ່ງທີ່ມີຊີວິດວ່າ ມີກ່າວໄວ້ຢ່າງໃດ. ສັດເຫຼົ່ານີ້ຈະບໍ່ຂາດໄປຈັກໂຕແລະຈະບໍ່ມີໂຕໃດຂາດຄູ່. ພຣະເຈົ້າຢາເວສັ່ງໄວ້ເພື່ອໃຫ້ເປັນດັ່ງນັ້ນ ວິນຍານຂອງພຣະອົງຈະເປັນຜູ້ນຳສັດເຫຼົ່ານີ້ມາເຕົ້າໂຮມກັນ.
ຖິ່ນແຫ້ງແລ້ງຈະຂັບຮ້ອງບົດເພງຢ່າງຊື່ນໃຈ ຈະເປັນທີ່ສວຍງາມວິໄລດັ່ງພູເລບານອນພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ອຸດົມສົມບູນດີ ຂອງພູກາເມນ ແລະທົ່ງຊາໂຣນດ້ວຍ. ທຸກຄົນຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວໃດ ຄືຄວາມຍິ່ງໃຫຍ່ແລະຣິດອຳນາດຂອງພຣະເຈົ້າຂອງພວກເຮົາ.
ຈົ່ງຖົມຮ່ອມພູທຸກບ່ອນໃຫ້ຮາບພຽງກັນ ຈົ່ງຂຸດພູທຸກໜ່ວຍລົງໃຫ້ຮາບພຽງກັນໄວ້. ເນີນພູທັງຫລາຍຈະກາຍເປັນທົ່ງຮາບພຽງ ທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ.
ປະຊາຊົນຈະໄດ້ເຫັນສິ່ງນີ້ ແລະຈະໄດ້ຮູ້ຈັກ ວ່າມືຂອງພຣະເຈົ້າຢາເວໄດ້ກະທຳການນີ້. ພວກເຂົາຈະເລີ່ມເຂົ້າໃຈເຖິງພຣະເຈົ້າອົງບໍຣິສຸດຂອງອິດສະຣາເອນ ທີ່ໄດ້ເຮັດໃຫ້ສິ່ງທັງໝົດເກີດຂຶ້ນ.”
ພຣະອົງກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນພຽງແຕ່ໃຫ້ນຳຄວາມຍິ່ງໃຫຍ່ ຂອງຊົນຊາດອິດສະຣາເອນທີ່ລອດຕາຍຄືນມາ, ແຕ່ຈະໃຫ້ເຈົ້າເປັນແສງສະຫວ່າງແກ່ບັນດາປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນຳຄວາມລອດພົ້ນຂອງເຮົາໄປເຖິງທີ່ສຸດປາຍແຜ່ນດິນໂລກ.”
ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ.
ແລ້ວເຈົ້າກໍຈະໄດ້ພົບຄວາມຊົມຊື່ນຍິນດີໃນພຣະເຈົ້າຢາເວ ເນື່ອງຈາກບົວລະບັດຮັບໃຊ້ເຮົາ. ເຮົາຈະໃຫ້ເຈົ້າໄດ້ຮັບກຽດໃນທົ່ວທັງໂລກນີ້ ແລະເຈົ້າກໍຈະມ່ວນຊື່ນເບີກບານໃຈໃນດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບບັນພະບຸລຸດຂອງເຈົ້າ.” ປາກຂອງພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ເສຣາຟິມເຫຼົ່ານີ້ເອີ້ນໃສ່ກັນແລະກັນວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງບໍຣິສຸດ ພຣະສະຫງ່າຣາສີກໍແຜ່ກະຈາຍໄປທົ່ວໂລກ.”
ເຢຣູຊາເລັມ ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງດວງຕາເວັນ ພຣະເຈົ້າຢາເວຈະໃຫ້ສະຫງ່າຣາສີສ່ອງໃສ່ເຈົ້າ
ພຣະເຈົ້າຢາເວຈະລົງໂທດປະຊາກອນທຸກຄົນໃນໂລກນີ້ດ້ວຍໄຟແລະດ້ວຍດາບ ທີ່ພຣະເຈົ້າຢາເວພົບຄວາມຜິດແລະຫລາຍຄົນຈະຖືກປະຫານ.
ເຮົາຮູ້ຈັກ ຄວາມຄິດແລະການກະທຳຂອງພວກເຂົາ. ເຮົາກຳລັງມາ ເພື່ອເຕົ້າໂຮມປະຊາຊົນໃນບັນດາຊົນຊາດທັງໝົດ. ເມື່ອເຕົ້າໂຮມແລ້ວ ພວກເຂົາຈະເຫັນວ່າເຮົາມີຣິດອຳນາດກະທຳສິ່ງໃດໄດ້ແດ່
ພຣະເຈົ້າຢາເວກ່າວວ່າ, “ໃນທຸກໆວັນຂອງເທດສະການເດືອນຂຶ້ນໃໝ່ແລະທຸກໆວັນຊະບາໂຕ ປະຊາຊົນທຸກຊາດຈະມານະມັດສະການຕໍ່ໜ້າເຮົາ.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຊື້ອຊາດມະນຸດທັງປວງ. ບໍ່ມີຫຍັງຍາກເກີນໄປສຳລັບເຮົາ.
ຂ້ານ້ອຍໄດ້ຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງດິນແດນນີ້ຈຶ່ງຖືກທຳລາຍ ແລະແຫ້ງແລ້ງດັ່ງຖິ່ນທຸລະກັນດານ ຈົນວ່າບໍ່ມີຜູ້ໃດທ່ອງທ່ຽວຜ່ານໄປມາເລີຍ? ຜູ້ໃດແດ່ສະຫລາດພໍທີ່ຈະເຂົ້າໃຈເລື່ອງນີ້ໄດ້? ພຣະອົງໄດ້ອະທິບາຍໃຫ້ຜູ້ໃດຟັງແດ່ ເພື່ອລາວຈະບອກຄົນອື່ນໃຫ້ຮູ້ໄດ້?”
ແລ້ວເຮົາຈະເທວິນຍານຂອງເຮົາແກ່ຄົນທັງປວງ ລູກຊາຍຍິງພວກເຈົ້າຈະປະກາດພຣະທຳຂອງເຮົາໄດ້; ສ່ວນຜູ້ເຖົ້າຈະຝັນເຫັນສິ່ງຕ່າງໆນາໆ ແລະຊາຍໜຸ່ມຍິງສາວກໍຈະເຫັນນິມິດຕ່າງໆ.
ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ.
ທະເລມີນໍ້າເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມຮອບຮູ້ ແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ.
ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ.
ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
ມະນຸດທັງປວງຈະໄດ້ເຫັນການ ທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ.”’
ພຣະທຳໄດ້ຊົງບັງເກີດເປັນມະນຸດ ແລະອາໄສຢູ່ທ່າມກາງເຮົາທັງຫລາຍ ບໍຣິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະຫງ່າຣາສີຂອງພຣະອົງ ຄືສະຫງ່າຣາສີທີ່ພຣະອົງໄດ້ຮັບ ໃນຖານະທີ່ເປັນພຣະບຸດອົງດຽວຂອງພຣະບິດາເຈົ້າ.
ເອຊາຢາກ່າວດັ່ງນີ້ ກໍເພາະເພິ່ນໄດ້ເຫັນສະຫງ່າຣາສີຂອງພຣະອົງ ແລະໄດ້ເວົ້າເຖິງເລື່ອງຂອງພຣະອົງ.
ດ້ວຍວ່າ, ພຣະອົງໃຫ້ພຣະບຸດມີສິດອຳນາດເໜືອມະນຸດທັງປວງ ເພື່ອວ່າພຣະບຸດຈະໄດ້ໃຫ້ຊີວິດນິຣັນດອນແກ່ທຸກຄົນ ທີ່ພຣະອົງໄດ້ມອບໃຫ້ພຣະບຸດນັ້ນ.
‘ພຣະເຈົ້າຊົງກ່າວວ່າ, ໃນຍຸກສຸດທ້າຍນັ້ນ ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ. ລູກຊາຍ ແລະ ລູກຍິງຂອງພວກເຈົ້າ ຈະທຳນວາຍ ຊາຍໜຸ່ມຂອງພວກເຈົ້າຈະເຫັນ ນິມິດ ແລະພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.
ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.
ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ.
ພຣະບຸດນັ້ນ ເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ ແລະມີສະພາບເປັນແບບພິມດຽວກັນກັບພຣະອົງ ແລະຊົງຄໍ້າຊູພິພົບໂລກໄວ້ດ້ວຍພຣະທຳອັນຊົງຣິດຂອງພຣະອົງ, ເມື່ອພຣະອົງຊົງຊຳລະບາບກຳແລ້ວ ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບໃນທີ່ສູງສຸດ.
ນະຄອນນັ້ນ ບໍ່ຕ້ອງການແສງສະຫວ່າງຂອງດວງອາທິດ ຫລືດວງຈັນ, ເພາະວ່າພຣະຣັດສະໝີຂອງພຣະເຈົ້າ ຊົງເປັນແສງສະຫວ່າງຂອງນະຄອນນັ້ນ ແລະພຣະເມສານ້ອຍ ຊົງເປັນໂຄມໄຟຂອງນະຄອນນັ້ນ.