Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 40:3 - ພຣະຄຳພີສັກສິ

3 ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ “ຈົ່ງ​ຕຽມ​ທາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃຫ້​ພ້ອມ ຈົ່ງ​ຕຽມ​ຫົນທາງ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າຢາເວ​ເດີ ຈົ່ງ​ແປງ​ທາງ​ໃນ​ທະເລຊາຍ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ

Uka jalj uñjjattʼäta Copia luraña




ເອຊາຢາ 40:3
16 Jak'a apnaqawi uñst'ayäwi  

ຈົ່ງ​ຮ້ອງເພງ​ແດ່​ພຣະເຈົ້າ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ຕຽມ​ທາງ​ໃຫ້​ຜູ້​ຊົງ​ຂີ່​ເມກ​ເປັນ​ພາຫະນະ. ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ.


ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.


ຈົ່ງ​ຖົມ​ຮ່ອມພູ​ທຸກບ່ອນ​ໃຫ້​ຮາບພຽງ​ກັນ ຈົ່ງ​ຂຸດ​ພູ​ທຸກໜ່ວຍ​ລົງ​ໃຫ້​ຮາບພຽງ​ກັນ​ໄວ້. ເນີນພູ​ທັງຫລາຍ​ຈະ​ກາຍເປັນ​ທົ່ງ​ຮາບພຽງ ທີ່​ແຂງ​ແລະ​ຫຍາບ​ຈະ​ຖືກ​ປ່ຽນ​ໃຫ້​ເປັນ​ດິນ​ອ່ອນ.


ຈົ່ງ​ເຝົ້າເບິ່ງ​ສິ່ງ​ໃໝ່ໆ​ທີ່​ກຳລັງ​ຈະ​ເກີດ​ມີ​ມາ ບັດນີ້ ພວກເຈົ້າ​ເບິ່ງເຫັນ​ເພາະ​ກຳລັງ​ຈະ​ເກີດຂຶ້ນ. ເຮົາ​ຈະ​ເຮັດ​ທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃຫ້​ມີ​ແມ່ນໍ້າ​ຫ້ວຍ​ໄຫລ​ສຳລັບ​ພວກເຈົ້າ​ໃນ​ທີ່ນັ້ນ.


ເຮົາ​ຈະ​ສ້າງ​ທາງຫລວງ​ຂ້າມ​ພູເຂົາ​ທັງຫລາຍ ຕຽມ​ຫົນທາງ​ເພື່ອ​ປະຊາຊົນ​ຂອງເຮົາ​ທຽວ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ໂຢຮັນ​ຈຶ່ງ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຊື່​ໄປ ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka