Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 40:21 - ພຣະຄຳພີສັກສິ

21 ທ່ານ​ບໍ່​ຮູ້​ບໍ​ສິ່ງ​ທີ່​ຄົນ​ໄດ້​ກໍ່​ຕັ້ງ​ແຕ່​ດົນນານ? ບໍ່ໄດ້ຍິນ​ບໍ​ວ່າ​ໂລກ​ເຮົາ​ໄດ້​ຕັ້ງຕົ້ນ​ຢ່າງໃດ​ແທ້?

Uka jalj uñjjattʼäta Copia luraña




ເອຊາຢາ 40:21
17 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ


ພຣະເຈົ້າ​ໄດ້​ພື​ທ້ອງຟ້າ​ອອກ​ສູ່​ທາງທິດເໜືອ ແລະ​ແຂວນ​ແຜ່ນດິນ​ໂລກ​ໄວ້​ໃນ​ທີ່​ວ່າງເປົ່າ.


ຂໍ​ໃຫ້​ທຸກຄົນ​ທີ່​ສ້າງ​ພວກ​ພະ​ແລະ​ໄວ້ໃຈ​ໃນ​ມັນ ຈົ່ງ​ກາຍເປັນ ດັ່ງ​ຮູບປັ້ນ​ເຫຼົ່ານັ້ນ​ເຖີດ.


ຟ້າ​ສະຫວັນ​ປະກາດ​ວ່າ ພຣະເຈົ້າ​ຊົງ​ຊອບທຳ ແລະ​ຜູ້​ຕັດສິນ​ຄວາມ​ແມ່ນ​ພຣະອົງເອງ​ຄື​ພຣະເຈົ້າ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ເຈົ້າ​ຍັງ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ວາງ​ແຜນການ​ທັງໝົດ​ນີ້​ໄວ້​ຕັ້ງນານ​ແລ້ວ? ບັດນີ້ ເຮົາ​ກໍ​ດຳເນີນ​ຕາມ​ແຜນການ​ນັ້ນ. ເຮົາ​ໄດ້​ໃຫ້​ອຳນາດ​ແກ່​ເຈົ້າ​ປ່ຽນ​ນະຄອນ​ທີ່​ມີ​ປ້ອມ​ປ້ອງກັນ ໃຫ້​ເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ.


ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.


ມັນ​ກໍ​ທຳນອງ​ດຽວ ກັບ​ກິນ​ຂີ້ເຖົ່າ​ນັ້ນແຫລະ. ຄວາມ​ຄິດ​ໂງ່​ຂອງ​ລາວ​ໄດ້​ພາ​ໃຫ້​ລາວ​ຫລົງ​ຜິດ​ໄປ​ເກີນກວ່າ​ຈະ​ຊ່ວຍ​ໄດ້. ລາວເອງ​ບໍ່​ຍອມ​ຮັບ​ເລີຍ​ວ່າ ຮູບເຄົາຣົບ​ທີ່​ຕົນ​ຖື​ຢູ່​ນັ້ນ​ບໍ່ແມ່ນ​ພຣະເຈົ້າ.


ຄົນບາບ​ທັງຫລາຍ​ເອີຍ ຈົ່ງ​ຈົດຈຳ​ສິ່ງນີ້ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ​ນັ້ນ.


ມື​ເຮົາ​ທີ່​ໄດ້​ສ້າງ​ຮາກຖານ​ແຜ່ນດິນ​ໂລກ ແລະ​ທັງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດ້ວຍ. ເມື່ອ​ເຮົາ​ເອີ້ນ​ພວກມັນ​ມາ​ຫາ, ພວກມັນ​ກໍ​ມາ​ສະເໜີ​ຕົວ​ໃນ​ທັນທີ​ທັນໃດ​ໂລດ.”


ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.


ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka