13 ຜູ້ໃດບອກພຣະວິນຍານຂອງພຣະເຈົ້າຢາເວໄດ້ວ່າຄວນຈະເຮັດຫຍັງ? ຫລືສັ່ງສອນພຣະອົງ ຫລືແນະນຳພຣະອົງໄດ້?
ໂລກບໍ່ທັນມີຮູບຮ່າງແລະຍັງວ່າງເປົ່າຢູ່. ຄວາມມືດໄດ້ຫຸ້ມຫໍ່ມະຫາສະໝຸດອັນກວ້າງໃຫຍ່ໄພສານ ແລະພຣະວິນຍານຂອງພຣະເຈົ້າ ໄດ້ປົກຄຸມຢູ່ເທິງໜ້ານໍ້າ.
ຜູ້ໃດຜູ້ໜຶ່ງສັ່ງສອນພຣະເຈົ້າໄດ້ບໍ? ຜູ້ທີ່ຕັດສິນແມ່ນພຣະອົງທີ່ຢູ່ເບື້ອງເທິງພຸ້ນ.
ເມື່ອເຮົາແນມເບິ່ງພວກພະກໍບໍ່ເຫັນເວົ້າຫຍັງ ບໍ່ມີຜູ້ໃດຕອບຄຳຖາມຂອງເຮົາໄດ້.
ຂ້າພະເຈົ້າໄດ້ກ່າວວ່າ, “ໃນພວກຜູ້ທຳນວາຍເຫຼົ່ານີ້ ບໍ່ມີຜູ້ໃດທີ່ເຄີຍໄດ້ຮູ້ຈັກຄວາມຄິດອັນລຶກລັບຂອງພຣະເຈົ້າຢາເວ. ໃນພວກເຂົາບໍ່ມີຜູ້ໃດເຄີຍໄດ້ຍິນ ຫລືໄດ້ເຂົ້າໃຈໃນຖ້ອຍຄຳຂອງພຣະອົງ ຫລືເຄີຍໄດ້ຟັງ ຫລືເຄີຍເອົາໃຈໃສ່ຕໍ່ສິ່ງທີ່ພຣະອົງໄດ້ກ່າວ.
“ພຣະບິດາເຈົ້າຂອງເຮົາໄດ້ຊົງມອບສິ່ງສາລະພັດໃຫ້ແກ່ເຮົາ ບໍ່ມີຜູ້ໃດຮູ້ພຣະບຸດ ນອກຈາກພຣະບິດາເຈົ້າ ແລະບໍ່ມີຜູ້ໃດຮູ້ພຣະບິດາເຈົ້າ ນອກຈາກພຣະບຸດ ແລະຜູ້ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.”
ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອ ຫລືກາມ ຫລືຄວາມຕ້ອງການຂອງມະນຸດ ແຕ່ເກີດຈາກພຣະເຈົ້າ.
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດໜໍ ທີ່ຮູ້ຄວາມນຶກຄິດ ຂອງພຣະເຈົ້າໄດ້? ຜູ້ໃດໜໍ ທີ່ສາມາດເປັນທີ່ປຶກສາ ຂອງພຣະອົງໄດ້”
“ດ້ວຍວ່າ ຜູ້ໃດໜໍ ຮູ້ຄວາມຄິດ ຂອງອົງພຣະຜູ້ເປັນເຈົ້າໄດ້ ຈຶ່ງສາມາດໃຫ້ຄຳແນະນຳ ແກ່ພຣະອົງໄດ້?” ແຕ່ພວກເຮົາມີຄວາມຄິດຂອງພຣະຄຣິດ.
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.