Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 4:6 - ພຣະຄຳພີສັກສິ

6 ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ປົກປັກ​ຮັກສາ​ນະຄອນ ຈາກ​ແສງ​ແດດ​ໃນ​ຕອນ​ກາງເວັນ ແລະ​ນະຄອນ​ນັ້ນ​ກໍ​ຈະ​ເປັນ​ບ່ອນ​ປອດໄພ​ເພື່ອ​ຫລົບ​ຝົນ​ແລະ​ພະຍຸຮ້າຍ.

Uka jalj uñjjattʼäta Copia luraña




ເອຊາຢາ 4:6
17 Jak'a apnaqawi uñst'ayäwi  

ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.


ຂ້ານ້ອຍ​ຈະ​ໄດ້​ພົບ​ບ່ອນ​ຊົ້ນ​ຢ່າງ​ໄວວາ ຈາກ​ລົມ​ບ້າ​ພັດແຮງ​ແລະ​ລົມພະຍຸ​ຮ້າຍ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ພວກເຮົາ​ຈະ​ຕ້ອງ​ຕອບ​ພວກ​ຜູ້ນຳຂ່າວ ທີ່​ມາ​ຈາກ​ຟີລິດສະຕິນ​ນັ້ນ​ຢ່າງໃດ? ພວກເຮົາ​ຈະ​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕັ້ງ​ພູເຂົາ​ຊີໂອນ​ຂຶ້ນ​ແລ້ວ ແລະ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທົນທຸກ​ຈະ​ໄດ້​ພົບ​ຄວາມ​ປອດໄພ​ໃນ​ທີ່ນັ້ນ.”


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ບັດນີ້ ຈົ່ງ​ບອກ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ເປັນ​ຜູ້​ສົ່ງ​ພວກເຂົາ​ໄປ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທີ່​ຫ່າງໄກ ແລະ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ປະເທດ​ຕ່າງໆ. ເຖິງ​ຢ່າງໃດ​ກໍຕາມ ເຮົາ​ຈະ​ຢູ່​ນຳ​ພວກເຂົາ​ຊົ່ວ​ໄລຍະ​ໜຶ່ງ​ໃນ​ດິນແດນ​ບ່ອນ​ທີ່​ພວກເຂົາ​ໄປ​ຢູ່​ນັ້ນ.’


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka