Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 4:5 - ພຣະຄຳພີສັກສິ

5 ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.

Uka jalj uñjjattʼäta Copia luraña




ເອຊາຢາ 4:5
25 Jak'a apnaqawi uñst'ayäwi  

ໂດຍ​ເສົາເມກ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງເວັນ ໂດຍ​ເສົາໄຟ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງຄືນ​ດ້ວຍ.


ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ຂ້ານ້ອຍ ໃນ​ທີ່​ຊຸມນຸມຊົນ​ຂອງ​ພຣະອົງ.


ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ ດ້ວຍ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ດ້ວຍ​ເສົາໄຟ​ໃນ​ເວລາ​ກາງຄືນ.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ພຣະເຈົ້າ​ຊົງ​ເປັນ​ທີ່​ຢ້ານກົວ​ໃນ​ຊຸມຊົນ​ຂອງ​ພວກ​ບໍຣິສຸດ​ທັງຫຼາຍ ແລະ​ທຸກຄົນ​ກໍ​ຢືນ​ຢູ່​ຢ່າງ​ເກງກົວ​ສຸດຂີດ​ຕໍ່​ພຣະອົງ​ນັ້ນ.


ຕອນ​ໃກ້​ຮຸ່ງ​ເຊົ້າ ພຣະເຈົ້າຢາເວ​ໄດ້​ສັງເກດ​ເບິ່ງ​ກອງທັບ​ເອຢິບ​ຈາກ​ເສົາເມກ ແລະ​ເສົາໄຟ. ສະນັ້ນ ພຣະອົງ​ຈຶ່ງ​ບັນດານ​ໃຫ້​ເກີດ​ອົນລາຫົນ​ຂຶ້ນ​ໃນ​ເຫຼົ່າ​ທະຫານ.


ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ລົງ​ມາ​ທີ່​ເທິງ​ພູເຂົາ​ຊີນາຍ. ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ແສງ​ນັ້ນ​ເບິ່ງ​ຄື​ໄຟ​ທີ່​ກຳລັງ​ໄໝ້​ເທິງ​ພູເຂົາ. ເມກ​ໄດ້​ປົກຄຸມ​ພູ​ຢູ່​ເປັນ​ເວລາ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເມກ​ທີ່​ປົກຄຸມ​ນັ້ນ.


“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ຈົ່ງ​ເຮັດ​ຜ້າ​ປົກຄຸມ​ຫໍເຕັນ​ສັກສິດ​ສິບເອັດ​ຜືນ​ດ້ວຍ​ຂົນແບ້.


ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.


ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.


“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ເຢຣູຊາເລັມ ຈົ່ງ​ລຸກ​ຂຶ້ນ​ສ່ອງແຈ້ງ​ດັ່ງ​ດວງຕາເວັນ ພຣະເຈົ້າຢາເວ​ຈະ​ໃຫ້​ສະຫງ່າຣາສີ​ສ່ອງ​ໃສ່​ເຈົ້າ


ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.


ດ້ວຍວ່າ, ມີ​ສອງ​ຫລື​ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມກາງ​ພວກເຂົາ​ໃນ​ບ່ອນ​ນັ້ນ​ແຫຼະ.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka