ເອຊາຢາ 4:3 - ພຣະຄຳພີສັກສິ3 ທຸກຄົນທີ່ເຫລືອຢູ່ໃນນະຄອນເຢຣູຊາເລັມ ຄືຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ມີຊີວິດຢູ່ ຄົນຈະເອີ້ນເຂົາວ່າ ບໍຣິສຸດ. Uka jalj uñjjattʼäta |
ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
ເຮົາຂໍຮ້ອງພວກເຈົ້າ ຜູ້ເປັນເພື່ອນຮ່ວມງານທີ່ສັດຊື່ຂອງເຮົາແທ້ໆ ເຮົາຢາກໃຫ້ເຈົ້າຊ່ວຍເຫລືອຍິງທັງສອງຄົນນີ້ ເພາະພວກເຂົາໄດ້ເຮັດວຽກຢ່າງໜັກໜ່ວງກັບເຮົາ ໃນວຽກງານຂ່າວປະເສີດຮ່ວມກັບກະເລເມ ແລະເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຊຶ່ງຊື່ຂອງເຂົາທັງຫລາຍມີຢູ່ໃນທະບຽນແຫ່ງຊີວິດແລ້ວ.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”