Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 4:1 - ພຣະຄຳພີສັກສິ

1 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້ຍິງ​ເຈັດ​ຄົນ​ຈະ​ຍາດ​ເອົາ​ຜູ້ຊາຍ​ຄົນດຽວ ພ້ອມ​ທັງ​ກ່າວ​ວ່າ, “ພວກເຮົາ​ລ້ຽງ​ແລະ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ຕົນເອງ​ໄດ້; ແຕ່​ໂຜດ​ໃຫ້​ພວກເຮົາ​ເອີ້ນ​ເຈົ້າ​ວ່າ​ເປັນ​ຜົວ​ຂອງ​ພວກເຮົາ​ເທີ້ນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ຂາຍໜ້າ​ຍ້ອນ​ຫາ​ຜົວ​ບໍ່ໄດ້.”

Uka jalj uñjjattʼäta Copia luraña




ເອຊາຢາ 4:1
15 Jak'a apnaqawi uñst'ayäwi  

ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າ​ອະໄພ​ໂທດ​ໃຫ້​ຂ້ອຍ​ແລ້ວ ໂດຍ​ໂຜດ​ໃຫ້​ຂ້ອຍ​ມີ​ລູກ.


ນາງ​ມີການ ລູກສາວ​ຂອງ​ກະສັດ​ໂຊນ​ບໍ່ເຄີຍ​ມີ​ລູກ​ຕະຫລອດ​ຊົ່ວຊີວິດ​ຂອງ​ນາງ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ອິດສະຣາເອນ​ທີ່​ລອດຕາຍ​ມາ​ໄດ້ ຈະ​ບໍ່​ເພິ່ງພາ​ອາໄສ​ຊາດ​ທີ່​ເກືອບ​ຈະ​ທຳລາຍ​ພວກເຂົາ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ໄວ້ວາງໃຈ​ຢ່າງ​ແທ້ຈິງ​ໃນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ຫັນໜ້າ​ມາ ຂໍ​ໃຫ້​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຊ່ວຍເຫລືອ ຄື​ຂໍ​ຕໍ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສະມາຊິກ​ໃນ​ຕະກຸນ​ໜຶ່ງ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ພວກເຂົາ ແລະ​ເວົ້າ​ກັບ​ລາວ​ວ່າ, “ຢ່າງໜ້ອຍ​ເຈົ້າ​ກໍ​ມີ​ເຄື່ອງນຸ່ງຫົ່ມ​ບາງ​ໂຕ; ສະນັ້ນ ໃນ​ເວລາ​ທີ່​ເດືອດຮ້ອນ​ຢ່າງນີ້ ຈົ່ງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ​ເຖີດ.”


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.


ນາງ​ເວົ້າ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ ບັດນີ້​ພຣະອົງ​ໄດ້​ຍົກ​ຄວາມ​ນິນທາ​ຂອງ​ຂ້ານ້ອຍ ທີ່​ມີ​ຢູ່​ທ່າມກາງ​ຄົນ​ທັງຫລາຍ​ອອກ​ເສຍ.”


ເພາະວ່າ ວັນ​ເຫຼົ່ານັ້ນ​ຈະ​ເປັນ ‘ວັນ​ແຫ່ງ​ການ​ລົງໂທດ,’ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ທຸກປະການ.


ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.


ເປນິນນາ​ຄູ່ແຂ່ງ​ຂອງ​ນາງ​ໄດ້​ເຮັດ​ໃຫ້​ນາງ​ເຈັບໃຈ​ແລະ​ອັບອາຍ​ຢູ່​ເລື້ອຍ​ມາ ຍ້ອນ​ພຣະເຈົ້າຢາເວ​ບໍ່​ໃຫ້​ນາງ​ຮັນນາ​ມີ​ລູກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka