Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 39:6 - ພຣະຄຳພີສັກສິ

6 ເວລາ​ມາ​ເຖິງ​ແລ້ວ​ທີ່​ທຸກໆ​ສິ່ງ​ໃນ​ວັງ​ຂອງທ່ານ ຄື​ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນຮອດ​ວັນນີ້ ຈະ​ຖືກ​ຂົນ​ໄປ​ບາບີໂລນ. ຈະ​ບໍ່ມີ​ສິ່ງໃດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເອຊາຢາ 39:6
11 Jak'a apnaqawi uñst'ayäwi  

ແລະ​ທັງ​ໄດ້​ກວາດລ້າງ​ເອົາ​ຊັບສົມບັດ​ທັງໝົດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ ໄປ​ທີ່​ນະຄອນ​ບາບີໂລນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ກະສັດ​ເນບູ​ກາດເນັດຊາ​ໄດ້​ທຸບ​ເອົາ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ຄຳ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ປຸ້ນ​ເອົາ​ຊັບສົມບັດ ແລະ​ຢຶດ​ຂອງ​ມີຄ່າ​ທັງໝົດ​ໃນ​ເມືອງ​ໄປ; ແມ່ນແຕ່​ຊັບສົມບັດ​ອັນ​ມີ​ຄ່າ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ກໍ​ຈະ​ຖືກ​ຂົນ​ໄປ​ບາບີໂລນ​ໝົດ.


ພວກເຂົາ​ຈະ​ຈີກ​ເຄື່ອງນຸ່ງ ແລະ​ຢຶດ​ເຄື່ອງ​ເພັດພອຍ​ຂອງ​ເຈົ້າ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ເປັນ​ຫົວໜ້າ​ບັນດາ​ຂ້າຣາຊການ​ຂອງຕົນ ໃຫ້​ເລືອກເຟັ້ນ​ເອົາ​ຊາຍໜຸ່ມ​ຈາກ​ພວກ​ອິດສະຣາເອນ​ພັດຖິ່ນ​ບາງຄົນ ທີ່​ເປັນ​ເຊື້ອສາຍ​ໃນ​ຄອບຄົວ​ຂອງ​ກະສັດ ແລະ​ໃນ​ຄອບຄົວ​ຂອງ​ເຈົ້ານາຍ​ຂຸນນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka