Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 39:3 - ພຣະຄຳພີສັກສິ

3 ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ມາ​ຫາ​ເຈົ້າ​ເຮເຊກີຢາ ແລະ​ຖາມ​ເພິ່ນ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ເວົ້າ​ຫຍັງແດ່​ກັບ​ທ່ານ?” ເຈົ້າ​ເຮເຊກີຢາ​ໄດ້​ຕອບ​ວ່າ, “ພວກເຂົາ​ມາ​ແຕ່​ປະເທດ​ໄກ ຄື​ມາ​ຈາກ​ບາບີໂລນ.”

Uka jalj uñjjattʼäta Copia luraña




ເອຊາຢາ 39:3
15 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.


ໃນຄັ້ງນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ ແລະ​ກ່າວ​ວ່າ, “ຍ້ອນ​ທ່ານ​ໄດ້​ເພິ່ງ​ກະສັດ​ແຫ່ງ​ຊີເຣຍ ແທນ​ທີ່​ຈະ​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ອົງ​ທີ່​ເຮັດ​ໃຫ້​ກອງທັບ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ຖອຍ​ໜີໄປ​ຈາກ​ທ່ານ.


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຮູ​ລູກຊາຍ​ຂອງ​ຮານານີ​ໄດ້​ເຂົ້າ​ໄປ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ຊັ້ນບໍ ທີ່​ຊ່ວຍ​ຄົນ​ຊົ່ວຊ້າ ແລະ​ເຂົ້າ​ຂ້າງ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ? ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ເປັນ​ເຫດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ທ່ານ.


ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


ໃຫ້​ກັບຄືນ​ໄປ​ຫາ​ເຈົ້າ​ເຮເຊກີຢາ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ ໄດ້​ກ່າວ​ດັ່ງນີ້​ວ່າ, ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງເຈົ້າ ແລະ​ໄດ້​ເຫັນ​ນໍ້າຕາ​ຂອງເຈົ້າ; ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕື່ມ​ອີກ​ສິບຫ້າ​ປີ.


ເອຊາຢາ​ຖາມ​ອີກ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ໃນ​ວັງ?” ເພິ່ນ​ຕອບ​ວ່າ, “ພວກເຂົາ​ເຫັນ​ໝົດ​ທຸກສິ່ງ ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ທີ່​ເຮົາ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.”


ພວກເຂົາ​ໄດ້​ມາ​ເຕືອນ​ຊົນຊາດ​ຕ່າງໆ ແລະ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ ເຫຼົ່າ​ສັດຕູ​ກຳລັງ​ມາ​ຈາກ​ດິນແດນ​ໄກ. ສັດຕູ​ເຫຼົ່ານີ້​ຈະ​ຮ້ອງ​ຕໍ່ສູ້​ເມືອງ​ຂອງ​ຢູດາຍ


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ນຳ​ເອົາ​ຊົນຊາດ​ໜຶ່ງ​ຈາກ​ທີ່​ຫ່າງໄກ​ມາ​ໂຈມຕີ​ພວກເຈົ້າ. ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ແຕ່ດຶກດຳ​ບັນ ເປັນ​ຊົນຊາດ​ໜຶ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ.


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.


ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”


ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka