Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 39:2 - ພຣະຄຳພີສັກສິ

2 ກະສັດ​ເຮເຊກີຢາ​ໄດ້​ຕ້ອນຮັບ​ຄະນະທູດ​ເປັນ​ຢ່າງດີ ແລະ​ພາ​ເລາະຊົມ​ບ່ອນ​ຮັກສາ​ຊັບສົມບັດ​ຂອງຕົນ​ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ກັບ​ເຄື່ອງຫອມ ແລະ​ອາວຸດ​ຍຸດທະພັນ​ທັງໝົດ​ໃນ​ກອງທັບ. ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ຫລື​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.

Uka jalj uñjjattʼäta Copia luraña




ເອຊາຢາ 39:2
18 Jak'a apnaqawi uñst'ayäwi  

ແລ້ວ​ຣາຊີນີ​ກໍໄດ້​ຖວາຍ​ຂອງຂວັນ ທີ່​ນຳ​ມາ​ໃຫ້​ກະສັດ​ໂຊໂລໂມນ ຊຶ່ງ​ມີ​ຄຳ​ໜັກ​ປະມານ​ຫ້າ​ໂຕນ ແລະ​ເຄື່ອງເທດ​ກັບ​ເພັດພອຍ​ເປັນ​ຈຳນວນ​ຫລວງຫລາຍ. ເຄື່ອງເທດ​ທີ່​ຣາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ໃຫ້​ກະສັດ​ໂຊໂລໂມນ​ນັ້ນ ມີ​ຫລາຍກວ່າ​ທຸກຄັ້ງ​ທີ່​ເພິ່ນ​ເຄີຍ​ໄດ້​ຮັບ​ມາ. (


ໂດຍ​ບໍ່​ນັບ​ການ​ເສຍສ່ວຍ​ຕ່າງໆ ຈາກ​ພວກ​ພໍ່ຄ້າ, ຈາກ​ກຳໄລ​ທີ່​ໄດ້​ມາ​ຈາກ​ການຄ້າ ແລະ​ຈາກ​ເຄື່ອງ​ບັນນາການ​ທີ່​ບັນດາ​ກະສັດ​ແຫ່ງ​ອາຣາເບຍ ແລະ​ພວກ​ຜູ້ປົກຄອງ​ເຂດ​ຕ່າງໆ​ໃນ​ປະເທດ​ອິດສະຣາເອນ​ໄດ້​ສົ່ງ​ມາ​ໃຫ້.


ຣາຊີນີ​ໄດ້​ນຳ​ເອົາ​ບໍລິວານ​ຢ່າງ​ຫລວງຫລາຍ​ມາ​ນຳ ພ້ອມ​ທັງ​ບັນທຸກ​ເຄື່ອງເທດ, ເພັດພອຍ ແລະ​ຄຳ​ເປັນ​ຈຳນວນ​ຫລາຍ​ໃສ່​ຫລັງ​ອູດ​ມາ. ເມື່ອ​ຣາຊີນີ​ກັບ​ກະສັດ​ໂຊໂລໂມນ​ໄດ້​ພົບ​ກັນ​ແລ້ວ ຣາຊີນີ​ກໍ​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ອອກ​ໄດ້.


ຜູ້​ທີ່​ມາ​ກໍໄດ້​ນຳ​ຂອງຂວັນ​ມາ​ມອບ​ໃຫ້​ເພິ່ນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ດ້ວຍ​ເງິນ ແລະ​ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ​ລໍ. ເຫດການ​ດັ່ງນີ້​ເປັນ​ມາ​ທຸກ​ປີ.


ສ່ວນ​ກະສັດ​ເຮເຊກີຢາ​ກໍໄດ້​ຕ້ອນຮັບ​ຄະນະທູດ ແລະ​ພາ​ພວກເຂົາ​ເຂົ້າ​ໄປ​ເບິ່ງ​ຊັບສົມບັດ​ຂອງຕົນ ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ແລະ​ນໍ້າຫອມ, ຕະຫລອດ​ອາວຸດ​ຍຸດທະພັນ​ທັງໝົດ​ຂອງຕົນ. ບໍ່ມີ​ບ່ອນໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຕ່າງໆ ແລະ​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ​ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.


ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ, ເພິ່ນ​ຈຶ່ງ​ບໍ່ໄດ້​ສະແດງ​ຄວາມ​ຮູ້ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້ຮັບ, ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ, ເທິງ​ຢູດາຍ​ພ້ອມ​ນະຄອນ​ເຢຣູຊາເລັມ​ກໍໄດ້​ຮັບ​ຄວາມ​ລຳບາກ.


ກະສັດ​ເຮເຊກີຢາ​ໄດ້​ກາຍເປັນ​ຜູ້​ຮັ່ງມີ ແລະ​ທຸກຄົນ​ກໍ​ຍ້ອງຍໍ​ໃຫ້ກຽດ​ເພິ່ນ. ເພິ່ນ​ໄດ້​ສ້າງ​ຫ້ອງ​ມ້ຽນ​ຊັບສົມບັດ​ທັງຫລາຍ​ຄື ເງິນ, ຄຳ, ແກ້ວ​ປະເສີດ, ເຄື່ອງເທດ, ໂລ້ ແລະ​ຂອງ​ມີຄ່າ​ອື່ນໆ.


ແລະ​ແມ່ນແຕ່​ຄະນະທູດ​ຊາວ​ບາບີໂລນ​ກໍ​ຍັງ​ມາ​ສອບຖາມ​ເພິ່ນ ກ່ຽວກັບ​ເຫດການ​ອັນ​ເປັນ​ໝາຍສຳຄັນ​ທີ່​ເກີດຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ. ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ເພິ່ນ​ດຳເນີນ​ການ​ໂດຍ​ຕົນເອງ ເພື່ອ​ລອງ​ເບິ່ງ​ນິໄສ​ໃຈຄໍ​ຂອງ​ເພິ່ນ.


ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ; ສະນັ້ນ ຣາຊີນີ​ຈຶ່ງ​ໄດ້​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖາມ​ເຖິງ​ບັນຫາ​ທີ່​ຍາກ​ຫລາຍ​ບັນຫາ​ເພື່ອ​ເປັນ​ການ​ທົດສອບ. ມີ​ຄະນະ​ຜູ້​ຕິດຕາມ​ຣາຊີນີ​ມາ​ຢ່າງ​ຫລວງຫລາຍ ພ້ອມ​ທັງ​ນຳ​ເອົາ​ເຄື່ອງເທດ, ເພັດພອຍ​ແລະ​ຄຳ ເປັນ​ຈຳນວນ​ຫລວງຫລາຍ​ຂົນ​ໃສ່​ຫລັງ​ອູດ​ມາ​ດ້ວຍ. ເມື່ອ​ຣາຊີນີ​ໄດ້​ພົບ​ກັບ​ໂຊໂລໂມນ ຣາຊີນີ​ກໍໄດ້​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ໄດ້.


ຣາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ສິ່ງຂອງ​ຕ່າງໆ​ທີ່​ໄດ້​ນຳ​ມາ​ນັ້ນ​ໃຫ້​ແກ່​ໂຊໂລໂມນ ດັ່ງນີ້: ຄຳ​ປະມານ​ສີ່​ໂຕນ, ເຄື່ອງເທດ​ຈຳນວນ​ຫລວງຫລາຍ ແລະ​ເພັດພອຍ. ຍັງ​ບໍ່ເຄີຍ​ມີ​ເຄື່ອງເທດ​ໃດໆ​ທີ່​ດີ​ເທົ່າທຽມ​ກັບ​ຂອງ​ຣາຊີນີ​ແຫ່ງ​ເຊບາ ໄດ້​ນຳ​ມາ​ມອບ​ໃຫ້​ໂຊໂລໂມນ.


ຂ້ອຍ​ບໍ່ໄດ້​ຊົມຊື່ນ​ຍ້ອນ​ຊັບສົມບັດ​ທີ່​ຂ້ອຍ​ມີ ຄື​ໃນ​ເຄື່ອງຂອງ​ທັງຫລາຍ​ທີ່​ຂ້ອຍ​ມີ​ຢູ່​ນັ້ນ.


ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.


ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ມີ​ບາບ ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ​ພວກເຮົາ​ກໍ​ບໍ່ມີ​ຄວາມຈິງ​ໃນ​ຈິດໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka