1 ໃນເວລາດຽວກັນນັ້ນ ເມໂຣດັກບາລາດານກະສັດແຫ່ງບາບີໂລນ ລູກຊາຍຂອງບາລາດານໄດ້ຍິນວ່າກະສັດເຮເຊກີຢາລົ້ມປ່ວຍ; ດັ່ງນັ້ນ ເພິ່ນຈຶ່ງສົ່ງຈົດໝາຍແລະຂອງຂວັນມາໃຫ້.
ກະສັດດາວິດຈຶ່ງກ່າວວ່າ, “ເຮົາຕ້ອງສະແດງຄວາມເປັນມິດຢ່າງສັດຊື່ຕໍ່ຮານູນ ຕາມທີ່ເຈົ້ານາຮາດພໍ່ຂອງລາວເຄີຍໄດ້ປະຕິບັດຕໍ່ເຮົາ.” ສະນັ້ນ ກະສັດດາວິດຈຶ່ງສົ່ງຄະນະທູດໄປສະແດງຄວາມເສຍໃຈນຳເຈົ້າຮານູນ. ເມື່ອຄະນະທູດຂອງກະສັດດາວິດມາເຖິງເມືອງອຳໂມນແລ້ວ
ດັ່ງນັ້ນ ເພິ່ນຈຶ່ງສົ່ງໂຢຣາມລູກຊາຍຂອງຕົນ ໄປຄຳນັບແລະຊົມເຊີຍກະສັດດາວິດທີ່ເພິ່ນໄດ້ເອົາຊະນະເຈົ້າຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ຕໍ່ສູ້ມາຫລາຍເທື່ອແລ້ວ. ໂຢຣາມໄດ້ນຳເອົາຂອງຂວັນມາໃຫ້ກະສັດດາວິດ; ຂອງຂວັນເຫຼົ່ານັ້ນເຮັດດ້ວຍຄຳ, ເງິນ ແລະທອງສຳຣິດ.
ມີຫລາຍຄົນໄດ້ມາທີ່ນະຄອນເຢຣູຊາເລັມ ເພື່ອນຳເຄື່ອງຂອງມາຖວາຍແກ່ພຣະເຈົ້າຢາເວ ພ້ອມທັງນຳຂອງຂວັນມາໃຫ້ເຮເຊກີຢາດ້ວຍ; ສະນັ້ນ ຕັ້ງແຕ່ນັ້ນມາ ຊົນຊາດທັງຫລາຍຈຶ່ງຍ້ອງຍໍໃຫ້ກຽດເຮເຊກີຢາ.
ແຕ່ເຮເຊກີຢາມີໃຈຈອງຫອງຂຶ້ນ, ເພິ່ນຈຶ່ງບໍ່ໄດ້ສະແດງຄວາມຮູ້ບຸນຄຸນໃນສິ່ງທີ່ເພິ່ນໄດ້ຮັບ, ຄວາມໂກດຮ້າຍຂອງພຣະອົງຈຶ່ງລົງມາເທິງເພິ່ນ, ເທິງຢູດາຍພ້ອມນະຄອນເຢຣູຊາເລັມກໍໄດ້ຮັບຄວາມລຳບາກ.
ແລະແມ່ນແຕ່ຄະນະທູດຊາວບາບີໂລນກໍຍັງມາສອບຖາມເພິ່ນ ກ່ຽວກັບເຫດການອັນເປັນໝາຍສຳຄັນທີ່ເກີດຂຶ້ນໃນດິນແດນຂອງເພິ່ນ. ພຣະເຈົ້າໄດ້ປ່ອຍໃຫ້ເພິ່ນດຳເນີນການໂດຍຕົນເອງ ເພື່ອລອງເບິ່ງນິໄສໃຈຄໍຂອງເພິ່ນ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບນະຄອນບາບີໂລນ ທີ່ເອຊາຢາລູກຊາຍຂອງອາໂມດໄດ້ຮັບຈາກພຣະເຈົ້າ.
ບາບີໂລນເປັນອານາຈັກໜຶ່ງທີ່ສວຍງາມກວ່າອານາຈັກໃດໆທັງໝົດ ເປັນທີ່ພູມໃຈຂອງຊາວນະຄອນ. ເມືອງນັ້ນຈະເປັນຄືເມືອງໂຊໂດມ ແລະເມືອງໂກໂມຣາທີ່ພຣະເຈົ້າໄດ້ໂຄ່ນລົ້ມແລ້ວ.
ເມື່ອພຣະອົງກະທຳການນັ້ນ ພວກເຂົາຈະເວົ້າເຍາະເຍິ້ຍກະສັດແຫ່ງບາບີໂລນວ່າ: “ກະສັດຜູ້ຮ້າຍກາດໄດ້ລົ້ມລົງແລ້ວ ເພິ່ນຈະບໍ່ໄດ້ກົດຂີ່ຜູ້ໃດຜູ້ໜຶ່ງອີກຕໍ່ໄປ
ແມ່ນຊາວບາບີໂລນ ແຕ່ບໍ່ແມ່ນຊາວອັດຊີເຣຍ ທີ່ໄດ້ປ່ອຍໃຫ້ພວກສັດປ່າຢຽບຢໍ່າເມືອງຕີເຣ. ແມ່ນຊາວບາບີໂລນທີ່ໄດ້ປິດລ້ອມຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນເມືອງຕີເຣ ແລະປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ.