9 ຫລັງຈາກເຈົ້າເຮເຊກີຢາໄດ້ຫາຍດີຈາກການເຈັບປ່ວຍຂອງຕົນແລ້ວ ເພິ່ນໄດ້ແຕ່ງບົດເພງນີ້ສັນລະເສີນພຣະເຈົ້າ:
ກະສັດພ້ອມດ້ວຍພວກຜູ້ນຳຂອງປະຊາຊົນໃນຊາດ ໄດ້ບອກໃຫ້ຊາວເລວີຮ້ອງເພງສັນລະເສີນແດ່ພຣະເຈົ້າຢາເວ ຄືຖ້ອຍຄຳທີ່ກະສັດດາວິດ ແລະຜູ້ທຳນວາຍອາສັບໄດ້ແຕ່ງໄວ້. ສະນັ້ນ ທຸກຄົນຈຶ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ ເມື່ອພວກເຂົາຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
ພຣະອົງພັນບາດແຜໃຫ້ ເພາະຊົງໃຫ້ເກີດບາດເຈັບ; ມືພຣະອົງຂ້ຽນຕີ ແລະມືພຣະອົງປິ່ນປົວໃຫ້ດີໄດ້.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮັກພຣະອົງ ພຣະອົງເປັນຜູ້ປ້ອງກັນຂອງຂ້ານ້ອຍ.
“ຂ້ານ້ອຍຄິດວ່າໄວກາງຊີວິດກຳລັງຜ່ານໄປ ເວລາທີ່ເຫຼືອກໍຖືກມອບໃຫ້ແດນມໍຣະນາແລ້ວ.
ເທິງຂັ້ນໄດທີ່ເຈົ້າອາຮາດໄດ້ສ້າງ ພຣະອົງຈະເຮັດໃຫ້ເງົາຖອຍຫລັງສິບຂັ້ນ.” ແລະເງົານັ້ນກໍໄດ້ຖອຍຫລັງເທິງຂັ້ນໄດນັ້ນສິບຂັ້ນ.
ເຮົາແລະເຮົາເທົ່ານັ້ນ ທີ່ເປັນພຣະເຈົ້າແທ້ໃດ ນອກຈາກເຮົານີ້ໄປບໍ່ມີພະອື່ນໃດອີກແລ້ວ; ມີຜູ້ໃດແດ່ກ້າຕໍ່ຕ້ານແຜນການຂອງເຮົາ ເຮົາຂ້າແລະໃຫ້ຊີວິດ ເຮັດໃຫ້ບາດເຈັບແລະປິ່ນປົວດ້ວຍ.