8 ເທິງຂັ້ນໄດທີ່ເຈົ້າອາຮາດໄດ້ສ້າງ ພຣະອົງຈະເຮັດໃຫ້ເງົາຖອຍຫລັງສິບຂັ້ນ.” ແລະເງົານັ້ນກໍໄດ້ຖອຍຫລັງເທິງຂັ້ນໄດນັ້ນສິບຂັ້ນ.
ໃນເວລານັ້ນ ກະສັດເຮເຊກີຢາໄດ້ເຈັບປ່ວຍໜັກ ເກືອບຈະສິ້ນໃຈຕາຍ. ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະພຣະອົງໄດ້ຕອບເພິ່ນໂດຍສຳແດງໝາຍສຳຄັນໃຫ້ຮູ້ວ່າເພິ່ນຈະດີ.
ແລະແມ່ນແຕ່ຄະນະທູດຊາວບາບີໂລນກໍຍັງມາສອບຖາມເພິ່ນ ກ່ຽວກັບເຫດການອັນເປັນໝາຍສຳຄັນທີ່ເກີດຂຶ້ນໃນດິນແດນຂອງເພິ່ນ. ພຣະເຈົ້າໄດ້ປ່ອຍໃຫ້ເພິ່ນດຳເນີນການໂດຍຕົນເອງ ເພື່ອລອງເບິ່ງນິໄສໃຈຄໍຂອງເພິ່ນ.
ຫລັງຈາກເຈົ້າເຮເຊກີຢາໄດ້ຫາຍດີຈາກການເຈັບປ່ວຍຂອງຕົນແລ້ວ ເພິ່ນໄດ້ແຕ່ງບົດເພງນີ້ສັນລະເສີນພຣະເຈົ້າ:
“ຈົ່ງຂໍພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ສຳແດງໝາຍສຳຄັນຢ່າງໜຶ່ງໃຫ້ເຈົ້າເຫັນ. ສິ່ງນັ້ນອາດຈະມາຈາກແດນຄົນຕາຍ ຫລືມາຈາກເທິງສະຫວັນກໍໄດ້.”
ພວກຟາຣີຊາຍແລະພວກຊາດູກາຍ ໄດ້ມາທົດລອງພຣະເຢຊູເຈົ້າ, ພວກເຂົາຂໍໃຫ້ພຣະອົງເຮັດໝາຍສຳຄັນຢ່າງໜຶ່ງ ຈາກສະຫວັນໃຫ້ພວກເຂົາເຫັນ.
ກີເດໂອນຕອບວ່າ, “ຖ້າພຣະອົງພໍໃຈໃນຕົວຂ້ານ້ອຍ ຈົ່ງສຳແດງໝາຍສຳຄັນໃຫ້ຂ້ານ້ອຍເຫັນວ່າ ພຣະອົງແມ່ນອົງທີ່ເວົ້າກັບຂ້ານ້ອຍດ້ວຍເຖີດ.