Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 38:6 - ພຣະຄຳພີສັກສິ

6 ເຮົາ​ຈະ​ຊ່ວຍກູ້​ເອົາ​ເຈົ້າ ແລະ​ນະຄອນ​ເຢຣູຊາເລັມ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ເຮົາ​ຈະ​ສືບຕໍ່​ປົກປ້ອງ​ນະຄອນ​ນີ້.”

Uka jalj uñjjattʼäta Copia luraña




ເອຊາຢາ 38:6
5 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ກະສັດ​ເຮເຊກີຢາ ແລະ​ປະຊາຊົນ​ຊາວ​ອິດສະຣາເອນ​ຈາກ​ກຳມື​ຂອງ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ ແລະ​ຈາກ​ເຫຼົ່າ​ສັດຕູ​ອື່ນໆ​ອີກ​ຂອງ​ເພິ່ນ. ພຣະອົງ​ໄດ້​ເຮັດໃຫ້​ປະຊາຊົນ​ຢູ່​ຢ່າງ​ສະຫງົບສຸກ ກັບ​ປະເທດ​ໃກ້ຄຽງ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka