Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 38:3 - ພຣະຄຳພີສັກສິ

3 “ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລະນຶກເຖິງ​ດ້ວຍວ່າ ຂ້ານ້ອຍ​ໄດ້​ຮັບໃຊ້​ພຣະອົງ​ດ້ວຍ​ຄວາມສັດຊື່ ແລະ​ດ້ວຍ​ຄວາມ​ຈົງຮັກ​ພັກດີ ແລະ​ຂ້ານ້ອຍ​ກໍ​ບຳເພັນ​ຕົນ​ກະທຳ​ແຕ່​ສິ່ງ​ທີ່​ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ກະທຳ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ.

Uka jalj uñjjattʼäta Copia luraña




ເອຊາຢາ 38:3
40 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ປະຫວັດ​ຂອງ​ໂນອາ​ເປັນ​ມາ​ດັ່ງນີ້: ເພິ່ນ​ມີ​ລູກຊາຍ​ຢູ່​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ. ໂນອາ​ເປັນ​ຄົນ​ດີ ແລະ​ແມ່ນ​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າ​ພໍໃຈ​ນຳ ເພາະ​ເພິ່ນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ;


ເຖິງ​ແມ່ນ​ວ່າ ກະສັດ​ອາສາ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຊາວ​ຕ່າງຊາດ​ທັງໝົດ​ຖິ້ມ​ກໍຕາມ, ແຕ່​ເພິ່ນ​ກໍ​ຍັງ​ສັດຊື່​ຕໍ່​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງເພິ່ນ.


‘ຖ້າ​ເຈົ້າ​ປະຕິບັດ​ຕາມ ພຣະເຈົ້າຢາເວ​ຈະ​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້ ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ລູກຫລານ​ຂອງ​ພໍ່​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕໍ່ໄປ ຕາບໃດ​ທີ່​ພວກເຂົາ​ຕັ້ງໜ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຢ່າງ​ສັດຊື່​ແລະ​ດ້ວຍ​ສຸດຈິດ​ສຸດໃຈ.’


ເພິ່ນ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ໂດຍ​ເອົາ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”


ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ແຕ່​ບໍ່ໄດ້​ເຮັດ​ດ້ວຍ​ຄວາມ​ເຕັມໃຈ.


ໃນ​ຂະນະທີ່​ເອຊະຣາ​ກຳລັງ​ກົ້ມ​ພາວັນນາ​ອະທິຖານ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ ທັງ​ຮ້ອງໄຫ້​ແລະ​ສາລະພາບ​ບາບ​ເຫຼົ່ານີ້​ຢູ່, ກໍ​ມີ​ຊາວ​ອິດສະຣາເອນ​ເປັນ​ໝູ່ໃຫຍ່ ທັງ​ຊາຍ​ຍິງ ແລະ​ເດັກນ້ອຍ​ໄດ້​ມາ​ອ້ອມຮອບ​ເພິ່ນ​ທັງ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ນັ່ງ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ. ຂ້າພະເຈົ້າ​ໄວ້ທຸກ​ແລະ​ບໍ່​ຮັບປະທານ​ອາຫານ​ເປັນ​ເວລາ​ຫລາຍ​ວັນ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ວ່າ,


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຈົດຈຳ​ສິ່ງດີໆ​ທັງໝົດ​ເຫຼົ່ານີ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ການ​ຮັບໃຊ້​ພຣະອົງ​ໃນ​ທີ່ນັ້ນ​ດ້ວຍ​ເຖີດ.


ຂ້າພະເຈົ້າ​ສັ່ງ​ໃຫ້​ຊາວ​ເລວີ​ຊຳລະ​ຕົວ ແລະ​ໄປ​ເຝົ້າຍາມ​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ວັນ​ຊະບາໂຕ​ໄດ້​ຖືກ​ຮັກສາ​ໄວ້​ໃຫ້​ບໍຣິສຸດ. ໂອ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ໃນ​ເລື່ອງ​ນີ້​ເຊັ່ນດຽວ​ກັນ​ແດ່ທ້ອນ ແລະ​ຂໍ​ຊົງໂຜດ​ເອັນດູ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນ​ແກ່​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຂ້າພະເຈົ້າ​ຈັດແຈງ​ໃຫ້​ພວກເຂົາ​ຫາ​ຟືນ ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ໄດ້​ຕາມ​ກຳນົດ ແລະ​ໃຫ້​ປະຊາຊົນ​ນຳ​ພືດຜົນ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ມາ​ຖວາຍ. ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ນັບ​ສິ່ງ​ທັງໝົດ​ນີ້​ວ່າ ເປັນ​ກິດຈະການ​ອັນ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍໃຫ້​ພຣະອົງ​ຈົດຈຳ​ທຸກໆ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ ເພື່ອ​ປະຊາຊົນ​ເຫຼົ່ານີ້​ດ້ວຍ​ເຖີດ.


ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໂດຍ​ບໍ່ມີ​ຄວາມຜິດ ເມື່ອໃດ​ເດ​ພຣະອົງ​ຈະ​ມາ​ພົບ? ຢູ່​ໃນ​ເຮືອນ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຢູ່​ຢ່າງ​ບໍຣິສຸດ ຈະ​ບໍ່​ໂຍະຍານ​ໃຫ້​ເລີຍ​ກັບ​ຄວາມ​ຊົ່ວຊ້າ.


ເພາະ​ພຣະອົງ​ຄຽດຮ້າຍ​ກິ້ວໂກດ​ຂ້ານ້ອຍ ອາຫານ​ທີ່​ຂ້ານ້ອຍ​ກິນ​ກໍ​ຄື​ຂີ້ເຖົ່າ​ໄຟ​ເທົ່ານັ້ນ ແລະ​ເຄື່ອງ​ດື່ມ​ກໍ​ຈະ​ປົນ​ກັບ​ນໍ້າຕາ ພຣະອົງ​ຍົກ​ຂ້ານ້ອຍ​ຂຶ້ນ​ແລະ​ໂຍນ​ລົງ​ດ້ວຍ.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຄົບຖ້ວນ ແລະ​ໃຫ້​ຂ້ານ້ອຍ​ຫວິດ​ຈາກ​ການ​ອັບອາຍ​ຂາຍໜ້າ.


ຂ້ານ້ອຍ​ຮູ້​ສະເໝີ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ ຢູ່​ໃກ້ຊິດ​ແລະ​ບໍ່ມີ​ສິ່ງໃດ​ເຮັດ​ໃຫ້​ຫວັ່ນໄຫວ​ໄດ້.


ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ນຳ​ໜ້າ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ຄວາມຈິງ​ກໍ​ນຳ​ໜ້າ​ຂ້ານ້ອຍ​ໄປ​ເລື້ອຍໆ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າຢາເວ​ບໍ່​ຕໍ່ວ່າ​ເພາະ​ເຮັດ​ຜິດ ແລະ​ເປັນ​ຂອງ​ຜູ້​ທີ່​ພົ້ນ​ຈາກ​ການ​ຫລອກລວງ​ທັງ​ສິ້ນ.


ຂ້ານ້ອຍ​ໂສກເສົ້າ​ຍ້ອນ​ອິດອ່ອນ​ໝົດແຮງ ບ່ອນ​ນອນ​ກໍ​ຊຸ່ມປຽກ ຍ້ອນ​ຂ້ານ້ອຍ​ຮ້ອງໄຫ້​ເປັນ​ທຸກ​ລະທົມ​ໃຈ​ທຸກ​ຄືນ ແລະ​ໝອນ​ກໍ​ປຽກຊຸ່ມ​ດ້ວຍ​ນໍ້າຕາ​ທີ່​ໄຫລຫລັ່ງ.


ພວກເຈົ້າ​ຄົນຊົ່ວຮ້າຍ ຈົ່ງ​ໜີໄປ​ຈາກ​ຂ້ອຍ​ສາ ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຂອງຂ້ອຍ​ແລ້ວ


ເຈົ້າ​ເຮເຊກີຢາ​ປິ່ນໜ້າ​ເຂົ້າ​ຝາ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,


ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເອຊາຢາ


ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ເຫັນ​ວ່າ​ດີ​ແລະ​ຖືກຕ້ອງ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ໄດ້​ຮັບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ກຳມະສິດ


ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka