Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 38:12 - ພຣະຄຳພີສັກສິ

12 ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 38:12
20 Jak'a apnaqawi uñst'ayäwi  

ພວກເຮົາ​ໃຫຍ່ ແລະ​ຫ່ຽວແຫ້ງ​ໄປ​ດັ່ງ​ດອກໄມ້​ປ່າ ພວກເຮົາ​ສູນສິ້ນ​ຫາຍໄປ​ເໝືອນດັ່ງ​ເງົາ.


ຈຸດຈົບ​ຂອງຂ້ອຍ​ມາ​ໃກ້ ຂ້ອຍ​ຫາຍໃຈ​ຝືດ​ເຕັມທີ ຂ້ອຍ​ບໍ່ມີ​ຫຍັງ​ເຫຼືອ​ຢູ່ ນອກຈາກ​ຂຸມຝັງສົບ​ເທົ່ານັ້ນ.


ຄົນໜຶ່ງ​ອາດ​ມີ​ຊີວິດ​ຢູ່​ໄດ້​ໃນ​ຍາມ​ເຊົ້າ ແຕ່​ຕາຍ​ຢ່າງ​ບໍ່​ຄາດຄິດ ເມື່ອ​ຕອນແລງ​ມາຮອດ.


ຖ້າ​ພຣະອົງ​ເຮັດ​ໄດ້ ຂ້າ​ຂ້ອຍ​ເສຍ​ກໍ​ຄົງ​ຈະ​ດີ ຖ້າ​ຂ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ຂ້າ​ອີຫລີ ກໍ​ເປັນ​ການດີ​ແທ້ ຂ້ອຍ​ຈະ​ກະໂດດ​ໂລດເຕັ້ນ​ຢ່າງ​ຊົມຊື່ນ​ຍິນດີ; ເຖິງ​ແມ່ນ​ວ່າ​ຂ້ອຍ​ມີ​ຄວາມ​ເຈັບປວດ​ກໍຕາມ. ຂ້ອຍ​ຮູ້​ວ່າ​ພຣະເຈົ້າ​ນັ້ນ​ເປັນ​ອົງ​ບໍຣິສຸດ; ຂ້ອຍ​ບໍ່ເຄີຍ​ຂັດຂວາງ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ.


ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເງົາ​ໃນ​ຕອນແລງ ຂ້ານ້ອຍ​ເປັນ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ.


ພວກ​ຜູ້ປົກຄອງ​ຮ່ວມໃຈ​ກັນ​ປອງຮ້າຍ​ຂ້ານ້ອຍ ແຕ່​ຂ້ານ້ອຍ​ຈະ​ພາວັນນາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຂ້ານ້ອຍ​ຢ້ານ​ແລະ​ຄິດ​ວ່າ​ພຣະອົງ​ໄລ່​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ ແຕ່​ພຣະອົງ​ໄດ້ຍິນ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ແລ້ວ.


ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ທົນທຸກ​ຕະຫຼອດ​ວັນ ແລະ​ຖືກ​ຂົ່ມເຫັງ​ທຸກໆເຊົ້າ.


ພຣະອົງ​ກວາດ​ພວກ​ຂ້ານ້ອຍ​ໜີໄປ​ເໝືອນດັ່ງ​ນໍ້າ​ຖ້ວມ ຊີວິດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ​ເທົ່ານັ້ນ. ພວກ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນຫຍ້າ​ທີ່​ເກີດຂຶ້ນ​ມາ ຄື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ມາ​ໃນ​ເວລາ​ຕອນເຊົ້າ


ມີ​ແຕ່​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ​ທີ່​ເຫຼືອ​ຢູ່; ແຕ່​ພັດ​ເປັນ​ເມືອງ​ທີ່​ຖືກ​ປິດລ້ອມ, ຂາດ​ສິ່ງ​ປ້ອງກັນ ແລະ​ເປັນ​ດັ່ງ​ຕູບ​ຂອງ​ຄົນ​ເຝົ້າ​ສວນອະງຸ່ນ ຫລື​ເປັນ​ດັ່ງ​ຖຽງໄຮ່​ຂອງ​ສວນ​ໝາກແຕງກວາ​ທີ່​ບໍ່ມີ​ຄົນ​ເຝົ້າ.


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.


ພຣະອົງ​ຈະ​ມ້ວນ​ສິ່ງ​ເຫຼົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”


ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka