11 ຂ້ານ້ອຍຄິດວ່າຈະບໍ່ໄດ້ເຫັນພຣະເຈົ້າໃນໂລກຄົນເປັນ ຫລືຈະບໍ່ໄດ້ເຫັນຄົນທີ່ຍັງມີຊີວິດຢູ່.
ຂ້ານ້ອຍໝັ້ນໃຈວ່າຂ້ານ້ອຍຍັງຈະເຫັນ ພຣະຄຸນຄວາມດີຂອງພຣະເຈົ້າຢາເວຢູ່ໃນຊີວິດນີ້.
ຂ້ານ້ອຍຢ້ານແລະຄິດວ່າພຣະອົງໄລ່ຂ້ານ້ອຍໜີໄປຈາກພຣະອົງ ແຕ່ພຣະອົງໄດ້ຍິນຄຳຮ້ອງຂໍໃຫ້ຊ່ວຍເຫລືອແລ້ວ.
ເອລາມກໍຢູ່ທີ່ນັ້ນ ພ້ອມທັງມີຂຸມຝັງສົບພວກທະຫານຂອງຕົນອ້ອມຮອບຢູ່. ພວກເຂົາລ້ວນແຕ່ຖືກຂ້າໃນສະໜາມຮົບ ແລະພວກເຂົາໄດ້ລົງໄປສູ່ແດນມໍຣະນາໂດຍບໍ່ໄດ້ຮັບພິທີຕັດ. ເມື່ອຍັງມີຊີວິດຢູ່ ພວກເຂົາເຄີຍກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາກໍຕາຍແລະຖືກຫຍໍ້ຫຍັນ.