Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 38:10 - ພຣະຄຳພີສັກສິ

10 “ຂ້ານ້ອຍ​ຄິດວ່າ​ໄວກາງ​ຊີວິດ​ກຳລັງ​ຜ່ານ​ໄປ ເວລາ​ທີ່​ເຫຼືອ​ກໍ​ຖືກ​ມອບ​ໃຫ້​ແດນ​ມໍຣະນາ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 38:10
12 Jak'a apnaqawi uñst'ayäwi  

ຂ້ອຍ​ມີ​ຊີວິດ​ຢູ່​ໄດ້​ແມ່ນ​ຜູ້ໃດ​ໃຫ້​ເຫື່ອແຮງ? ຂ້ອຍ​ຈະ​ຢູ່​ໄປ​ເຮັດ​ຫຍັງ ເມື່ອ​ບໍ່ມີ​ຄວາມຫວັງ​ຈັກດີ້?


ຂ້າແດ່​ພຣະເຈົ້າ ໂຜດ​ຈົ່ງ​ຈົດຈຳ​ຊີວິດ​ຂອງ​ຂ້ານ້ອຍ​ວ່າ ເປັນ​ພຽງແຕ່​ລົມຫາຍໃຈ ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ນັ້ນ ໄດ້​ສິ້ນສຸດ​ໄປ​ໝົດ​ສາ​ແລ້ວ.


ຂ້າແດ່​ພຣະເຈົ້າ ຢ່າ​ເອົາ​ຂ້ານ້ອຍ​ໄປ​ດຽວນີ້ ເພາະວ່າ​ຍັງ​ບໍ່ໄດ້​ເຖົ້າແກ່​ຊະຣາ​ເທື່ອ.


ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.


ພວກເຂົາ​ອ່ອນແຮງ​ໂພດ​ຈົນ​ບໍ່​ຢາກ​ກິນ​ຫຍັງ​ເລີຍ ທັງ​ຢູ່​ໃກ້ຊິດ​ກັບ​ຮ່ອມ​ແຫ່ງ​ຄວາມຕາຍ​ດ້ວຍ.


ທຸກຄົນ​ທີ່​ມີ​ໃຈ​ສັດຊື່​ເອີຍ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຮັກສາ​ຄົນ​ທີ່​ມີ​ໃຈ​ສັດຊື່ ສ່ວນ​ຄົນ​ຈອງຫອງ​ນັ້ນ​ພຣະອົງ​ຈະ​ລົງໂທດ​ທັນ ຕາມ​ທີ່​ພວກເຂົາ​ສົມຄວນ​ຈະ​ໄດ້​ຮັບ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


ຫລັງຈາກ​ເຈົ້າ​ເຮເຊກີຢາ​ໄດ້​ຫາຍດີ​ຈາກ​ການ​ເຈັບປ່ວຍ​ຂອງຕົນ​ແລ້ວ ເພິ່ນ​ໄດ້​ແຕ່ງ​ບົດເພງ​ນີ້​ສັນລະເສີນ​ພຣະເຈົ້າ:


ຂ້ານ້ອຍ​ລົງ​ໄປ​ສູ່​ຮາກຖານ​ຕີນ​ພູ​ທັງຫລາຍ ໃນ​ດິນແດນ​ບ່ອນ​ທີ່​ມີ​ປະຕູ​ລົງໄລ​ໄວ້​ຕະຫລອດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ມີ​ແຕ່​ພຣະອົງ​ທີ່​ໃຫ້​ຄືນ​ມີ​ຊີວິດ​ແຕ່​ບ່ອນເລິກ​ໄດ້.


ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka