Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 38:1 - ພຣະຄຳພີສັກສິ

1 ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”

Uka jalj uñjjattʼäta Copia luraña




ເອຊາຢາ 38:1
16 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ວ່າ, “ແມ່ນແລ້ວ ເຮົາ​ອົດອາຫານ​ແລະ​ຮ້ອງໄຫ້​ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່. ເຮົາ​ຄິດ​ວ່າ​ພຣະເຈົ້າຢາເວ​ອາດ​ຈະ​ເມດຕາ​ເຮົາ​ກໍໄດ້ ແລະ​ບໍ່​ປ່ອຍ​ໃຫ້​ເດັກ​ນັ້ນ​ຕາຍ.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບ​ປ່ວຍໜັກ ເກືອບ​ຈະ​ສິ້ນໃຈ​ຕາຍ. ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້ຕອບ​ເພິ່ນ​ໂດຍ​ສຳແດງ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ດີ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.


ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.


ແລ້ວ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ກໍໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຮເຊກີຢາ​ວ່າ: ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ກ່ຽວກັບ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ,


ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.


ໂຢນາ​ໄດ້​ຕັ້ງຕົ້ນ​ຍ່າງ​ເຂົ້າ​ໄປ​ໃນເມືອງ ແລະ​ຫລັງຈາກ​ຍ່າງ​ໄດ້​ສາມ​ວັນ​ເຕັມ ເພິ່ນ​ຈຶ່ງ​ປະກາດ​ວ່າ, “ໃນ​ສີ່ສິບ​ວັນ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.”


ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ​ແລະ​ຕາຍໄປ ເມື່ອ​ພວກເຂົາ​ອາບນໍ້າ​ໃຫ້​ຊາກສົບ​ຂອງ​ນາງ​ແລ້ວ ກໍ​ນຳ​ເອົາ​ຂຶ້ນ​ໄປ​ວາງ​ໄວ້​ທີ່​ຫ້ອງ​ຊັ້ນ​ເທິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka