Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:8 - ພຣະຄຳພີສັກສິ

8 ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ຮູ້​ວ່າ ກະສັດ​ໄດ້​ຈາກ​ເມືອງ​ລາກິດ​ໄປ​ແລ້ວ ແລະ​ກຳລັງ​ສູ້ຮົບ​ກັບ​ເມືອງ​ລິບນາ​ທີ່​ຢູ່​ໃກ້​ນັ້ນ; ສະນັ້ນ ຂ້າຣາຊການ​ຈຶ່ງ​ໄປ​ທີ່​ນັ້ນ​ເພື່ອ​ປຶກສາ​ຫາລື​ກັບ​ເພິ່ນ.

Uka jalj uñjjattʼäta Copia luraña




ເອຊາຢາ 37:8
10 Jak'a apnaqawi uñst'ayäwi  

ຕັ້ງແຕ່​ນັ້ນ​ມາ ເອໂດມ​ກໍ​ບໍ່ໄດ້​ຂຶ້ນ​ກັບ ອານາຈັກ​ຢູດາຍ​ອີກ​ຕໍ່ໄປ. ໃນ​ໄລຍະ​ເວລາ​ດຽວກັນນີ້ ເມືອງ​ລິບນາ​ກໍ​ເປັນ​ກະບົດ​ດ້ວຍ.


ແຕ່​ນັ້ນ​ມາ ເອໂດມ​ກໍໄດ້​ແຍກ​ເປັນ​ອານາຈັກ​ເອກະລາດ​ຈາກ ອານາຈັກ​ຢູດາຍ. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ໄດ້​ກະບົດ​ຄືກັນ ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງຕົນ.


ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ຫລັງຈາກ​ນັ້ນ ໂຢຊວຍ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ຈາກ​ເມືອງ​ມັກເກດາ ແລະ​ເດີນທາງ​ໄປ​ໂຈມຕີ​ເມືອງ​ລິບນາ.


ກະສັດ​ຂອງ​ຢາຣະມຸດ, ກະສັດ​ຂອງ​ລາກິດ,


ລາກິດ, ໂບຊະກາດ, ເອກໂລນ,


ນອກຈາກ​ເຮັບໂຣນ (ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ) ເມືອງ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ ມີ​ດັ່ງນີ້: ລິບນາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka