Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:7 - ພຣະຄຳພີສັກສິ

7 ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ເລົ່າລື ທີ່​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງຕົນເອງ ແລະ​ເຮົາ​ຈະ​ໃຫ້​ລາວ​ຖືກ​ສັງຫານ​ດ້ວຍດາບ​ໃນ​ທີ່ນັ້ນ.”’

Uka jalj uñjjattʼäta Copia luraña




ເອຊາຢາ 37:7
15 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.


ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ເທວະດາ​ຕົນ​ໜຶ່ງ​ມາ​ຂ້າ​ທະຫານ ແລະ​ນາຍ​ທະຫານ​ຂອງ​ກອງທັບ​ອັດຊີເຣຍ. ສະນັ້ນ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ໄດ້​ກັບຄືນ​ເມືອ​ປະເທດ​ຢ່າງ​ອັບອາຍ​ຂາຍໜ້າ. ມື້ໜຶ່ງ ເມື່ອ​ເພິ່ນ​ຍັງ​ຢູ່​ໃນ​ວິຫານ​ພະ​ຂອງ​ເພິ່ນ ລູກຊາຍ​ເພິ່ນ​ບາງຄົນ​ໄດ້​ໃຊ້​ດາບ​ສັງຫານ​ເພິ່ນ​ເສຍ.


ສຽງ​ແຫ່ງ​ຄວາມຢ້ານ​ຈະ​ຮ້ອງ​ແຜດ​ໃສ່​ຫູ​ເຂົາ ຄົນ​ຂີ້ລັກ​ຈະ​ໂຈມຕີ ເມື່ອ​ຕົນ​ຄິດ​ວ່າ​ປອດໄພ​ແລ້ວ.


ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ພວກ​ອັດຊີເຣຍ​ໄດ້​ຂ່າວ​ວ່າ​ກອງທັບ​ເອຢິບ ນຳ​ໂດຍ​ກະສັດ​ຕີຣາກາ​ແຫ່ງ​ເອທີໂອເປຍ ກຳລັງ​ຍົກທັບ​ມາ​ໂຈມຕີ​ພວກ​ຕົນ. ເມື່ອ​ໄດ້ຍິນ​ເຊັ່ນນີ້ ກະສັດ​ຈຶ່ງ​ສົ່ງ​ຂໍ້ຄວາມ​ສະບັບ​ໜຶ່ງ​ໄປ​ຫາ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ ໂດຍ​ບອກ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka