Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:6 - ພຣະຄຳພີສັກສິ

6 ເພິ່ນ​ຈຶ່ງ​ສົ່ງ​ຄຳຕອບ​ກັບຄືນ​ໄປ​ດັ່ງນີ້: “ພຣະເຈົ້າຢາເວ ບອກ​ທ່ານ​ດັ່ງນີ້​ວ່າ, ‘ບໍ່​ໃຫ້​ຕົກໃຈ​ຢ້ານກົວ ເພາະ​ຄຳ​ກ່າວອ້າງ​ຂອງ​ຄົນຮັບໃຊ້​ກະສັດ​ອັດຊີເຣຍ​ທີ່​ໄດ້​ປ້ອຍດ່າ​ເຮົາ.

Uka jalj uñjjattʼäta Copia luraña




ເອຊາຢາ 37:6
16 Jak'a apnaqawi uñst'ayäwi  

ແຕ່​ໂມເຊ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ຕັ້ງໃຈ​ໃຫ້​ດີ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ວັນນີ້ ພວກເຈົ້າ​ຈະ​ບໍ່​ເຫັນ​ຊາວ​ເອຢິບ​ເຫຼົ່ານີ້​ອີກ​ຈັກເທື່ອ.


ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”


ເມື່ອ​ເອຊາຢາ​ໄດ້​ຮັບ​ຂໍ້ຄວາມ​ຂອງ​ກະສັດ​ເຮເຊກີຢາ


ພວກ​ທີ່​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກ​ທີ່​ມີ​ຄຳສັ່ງສອນ​ຂອງເຮົາ​ຝັງ​ທີ່​ຫົວໃຈ​ນັ້ນ. ຢ່າ​ສູ່​ຢ້ານກົວ​ແຕ່​ປະການ​ໃດ​ເລີຍ ເມື່ອ​ຄົນ​ກ່າວ​ຫຍໍ້ຫຍັນ​ນິນທາ​ພວກເຈົ້າ.


ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.


ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ພວກເຈົ້າ​ຍັງ​ບໍ່ມີ​ຄວາມເຊື່ອ​ບໍ?”


ແຕ່​ພຣະເຢຊູເຈົ້າ​ບໍ່​ສົນໃຈ​ນຳ ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ ແລະ​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ວິຕົກ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ ເພາະ​ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ຂ້າ​ພວກເຂົາ​ທັງໝົດ​ໃຫ້​ຊາດ​ອິດສະຣາເອນ. ໃຫ້​ເຈົ້າ​ຕັດ​ເອັນຄະນ່ອງ​ມ້າ ແລະ​ຈູດ​ລົດຮົບ​ຂອງ​ພວກເຂົາ​ຖິ້ມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka