Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:3 - ພຣະຄຳພີສັກສິ

3 ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 37:3
20 Jak'a apnaqawi uñst'ayäwi  

ນີ້​ແມ່ນ​ຖ້ອຍຄຳ​ທີ່​ເພິ່ນ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ກັບ​ເອຊາຢາ: “ວັນນີ້ ເປັນ​ມື້​ແຫ່ງ​ຄວາມ​ທົນທຸກ; ພວກ​ຂ້າພະເຈົ້າ​ຖືກ​ລົງໂທດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ພວກ​ຂ້າພະເຈົ້າ​ເປັນ​ດັ່ງ​ຍິງ​ທີ່​ກຳລັງ​ຈະ​ຄອດ​ລູກ, ແຕ່​ບໍ່ມີ​ແຮງ​ພໍ​ເບັ່ງ​ລູກ​ອອກ.


ແຕ່​ເມື່ອ​ພວກເຂົາ​ພົບ​ກັບ​ຄວາມ​ເດືອດຮ້ອນ, ພວກເຂົາ​ຈຶ່ງ​ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຊອກ​ຫາ​ພຣະອົງ ແລະ​ໄດ້​ພົບ​ພຣະອົງ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ວັນນີ້ ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພຣະອົງ​ກ່າວ “ຢ່າ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ເຮັດ​ທີ່​ເມຣີບາ​ນັ້ນ ເໝືອນ​ດັ່ງ​ພວກເພິ່ນ​ໄດ້​ເຮັດ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ມັດສາ​ນັ້ນ.


ຄາວນີ້​ແມ່ນ​ເວລາ​ທີ່​ອົນລະຫົນ​ວຸ້ນວາຍ, ພ່າຍແພ້ ແລະ​ສັບສົນ​ຢູ່​ໃນ​ຮ່ອມພູ​ນິມິດ​ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ນຳ​ມາ​ສູ່​ພວກເຮົາ. ກຳແພງ​ນະຄອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ເພພັງ​ລົງ ແລະ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ກໍ​ດັງ​ກ້ອງ​ໄປ​ທົ່ວ​ເນີນພູ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.


ນະຄອນ​ອັນ​ສັກສິດ​ຂອງເຮົາ​ເປັນ​ດັ່ງ​ແມ່​ຜູ້ໜຶ່ງ ທີ່​ເກີດ​ເດັກຊາຍ​ຜູ້ໜຶ່ງ​ຢ່າງ​ກະທັນຫັນ​ໂດຍ​ບໍ່ໄດ້​ເຈັບ​ທ້ອງ​ອອກລູກ.


ເຮົາ​ຈະ​ນຳມາ​ເຖິງ​ການ​ເກີດລູກ ແລະ​ບໍ່​ໃຫ້​ເກີດ​ໄດ້​ບໍ? ພຣະເຈົ້າຢາເວ​ກ່າວ​ວ່າ, ຝ່າຍເຮົາ​ທີ່​ໃຫ້​ເກີດ​ລູກ ຈະ​ປິດ​ທ້ອງ​ບໍ່​ໃຫ້​ເກີດ​ໄດ້​ບໍ?” ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫລະ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ຊາວ​ອິດສະຣາເອນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່, ແຕ່​ພວກເຂົາ​ປະ​ໂອກາດ​ນັ້ນ​ໄປ ເພາະ​ຄວາມ​ໂງ່ຈ້າ​ດັ່ງ​ເດັກນ້ອຍ​ທີ່​ກຳລັງ​ຈະ​ເກີດ ແຕ່​ບໍ່​ຍອມ​ອອກ​ມາ​ຈາກ​ທ້ອງ​ແມ່.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka