Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:2 - ພຣະຄຳພີສັກສິ

2 ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.

Uka jalj uñjjattʼäta Copia luraña




ເອຊາຢາ 37:2
15 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.


ເພິ່ນ​ໄດ້​ສັ່ງ​ໃຫ້​ເອລີອາກິມ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ; ແລະ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກ​ນີ້​ຕ່າງ​ກໍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ຄືກັນ.


ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”


ເມື່ອ​ມໍເດໄກ​ໄດ້​ຮູ້​ເຖິງ​ເລື່ອງ​ທັງໝົດ​ນັ້ນ​ແລ້ວ ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ຂົມຂື່ນ​ໃຈ. ແລ້ວ​ລາວ​ກໍ​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ, ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລະ​ຍ່າງ​ຜ່ານ​ເມືອງ​ໄປ ທັງ​ຄໍ່າຄວນ​ດ້ວຍ​ສຽງດັງ ແລະ​ຢ່າງ​ຂົມຂື່ນ


ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.


ກ່ອນ​ໜ້າ​ນັ້ນ​ສາມ​ປີ ພຣະເຈົ້າຢາເວ​ໄດ້​ບອກ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃຫ້​ຖອດ​ເກີບ ແລະ​ແກ້​ເສື້ອ​ທີ່​ຕົນ​ນຸ່ງ​ອອກ. ເພິ່ນ​ໄດ້​ປະຕິບັດ​ຕາມ​ນັ້ນ​ໂດຍ​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຫາ​ເຊັບນາ ຜູ້ດູແລ​ສຳນັກ​ຂອງ​ກະສັດ ແລະ​ກ່າວ​ຕໍ່​ລາວ​ວ່າ,


“ໃນວັນນັ້ນ ເຮົາ​ຈະ​ສົ່ງ​ເອລີອາກິມ ລູກຊາຍ​ຂອງ​ຮິນກີຢາ​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ.


ຊາວ​ຢູດາ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ພວກເຂົາ ຄື​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້​ບັນທຶກ.


ກະສັດ​ເຮເຊກີຢາ​ໄດ້​ຈັບ​ເອົາ​ຂໍ້ຄວາມ​ຈາກ​ພວກ​ຜູ້​ສົ່ງຂ່າວ​ມາ​ອ່ານ. ແລ້ວ​ເພິ່ນ​ກໍ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ວາງ​ຂໍ້ຄວາມ​ນັ້ນ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ


ແລ້ວ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ກໍໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຮເຊກີຢາ​ວ່າ: ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ກ່ຽວກັບ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ,


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka