Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 37:12 - ພຣະຄຳພີສັກສິ

12 ພວກ​ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ເຫຼົ່ານີ້​ເຊັ່ນ: ໂກຊານ, ຮາຣານ ແລະ​ເຣເຊັບ ທັງ​ໄດ້​ຂ້າ​ປະຊາຊົນ​ຊາວ​ເອເດນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຊ່ວຍ​ພວກເຂົາ​ບໍ່ໄດ້​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 37:12
19 Jak'a apnaqawi uñst'ayäwi  

ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ເຕຣາ​ຕາຍ​ຢູ່​ທີ່​ເມືອງ​ຮາຣານ​ນີ້ ເມື່ອ​ເພິ່ນ​ອາຍຸ​ໄດ້ 205 ປີ.


ເມື່ອ​ອັບຣາມ​ຂ້າມ​ເຂດແດນ​ເຂົ້າ​ໄປ​ໃນ​ປະເທດ​ເອຢິບ. ຊາວ​ເອຢິບ​ເຫັນ​ວ່າ ເມຍ​ຂອງ​ເພິ່ນ​ງາມ​ຫລາຍ.


ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ​ເອເດນ ຢູ່​ທາງທິດ​ຕາເວັນອອກ ແລະ​ເອົາ​ຊາຍ​ຜູ້​ທີ່​ພຣະອົງ​ໄດ້​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່.


ຢາໂຄບ​ອອກ​ຈາກ​ເບເອນເຊບາ ແລະ​ມຸ່ງໜ້າ​ໄປ​ສູ່​ເມືອງ​ຮາຣານ.


ຢາໂຄບ​ຖາມ​ພວກ​ລ້ຽງແກະ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ພວກເຈົ້າ​ມາ​ແຕ່​ໃສ?” ພວກເຂົາ​ຕອບ​ວ່າ, “ມາ​ແຕ່​ເມືອງ​ຮາຣານ”.


ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.


ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ປະເທດ​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຊາວ​ມີເດຍ.


ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ໂກຊານ, ຮາຣານ ແລະ​ເຣເຊັບ ແລະ​ໄດ້​ຂ້າ​ຊາວ​ເອເດນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບໍ່ມີ​ພະ​ຕົນໃດ​ໃນ​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍ​ພວກເຂົາ​ໄວ້​ໄດ້.


ຢ່າ​ຍອມ​ໃຫ້​ເຮເຊກີຢາ​ເຮັດ​ໃຫ້​ພວກເຈົ້າ​ຕົກໂງ່ ໂດຍ​ຄິດວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ. ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ຊ່ວຍເຫລືອ​ປະເທດ​ຂອງ​ພວກເຂົາ​ຈາກ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບໍ?


ບັດນີ້ ພວກ​ພະ​ຂອງ​ເມືອງ​ຮາມັດ ແລະ​ອັກປັດ​ໄປ​ໃສ​ໝົດ​ແລ້ວ? ພວກ​ພະ​ຂອງ​ເມືອງ​ເສຟາກວາອິມ​ໄປ​ໃສ​ໝົດ? ມີ​ຜູ້ໃດ​ແດ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄດ້?


ພະ​ທັງຫລາຍ​ຂອງ​ປະເທດ​ເຫຼົ່ານີ້​ຊ່ວຍ​ປະເທດ​ຂອງ​ພວກເຂົາ ຈາກ​ຈັກກະພັດ​ໄດ້​ເມື່ອໃດ? ແລ້ວ​ພວກເຈົ້າ​ຄິດ​ຢ່າງໃດ​ຈຶ່ງ​ວ່າ ພຣະເຈົ້າຢາເວ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໄດ້.”


ກະສັດ​ແຫ່ງ​ນະຄອນ​ຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະ​ອີວາ​ຢູ່​ໃສ​ໝົດ​ແລ້ວ?”


ພວກ​ພໍ່ຄ້າ​ໃນ​ເມືອງ​ຮາຣານ, ການເນ ແລະ​ເອເດນ, ຕະຫລອດ​ທັງ​ພວກ​ພໍ່ຄ້າ​ໃນ​ເມືອງ​ເຊບາ, ອັດຊູຣະ ແລະ​ກິນມາດ; ພວກເຂົາ​ທັງໝົດ​ລ້ວນແຕ່​ໄດ້​ຄ້າຂາຍ​ກັບ​ເຈົ້າ.


ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ເຮົາ​ຈະ​ທຳລາຍ​ເມືອງ​ດາມັສກັດ​ໃຫ້​ແຕກ​ໝຸ່ນ​ທະລາຍ ແລະ​ຈະ​ຂັບໄລ່​ຄົນ​ທີ່​ຢູ່​ໃນ​ຮ່ອມພູ​ອາເວນ​ອອກ​ໜີໄປ ແລະ​ຜູ້ປົກຄອງ​ເບັດເອເດນ​ດ້ວຍ. ປະຊາຊົນ​ຊາວ​ຊີເຣຍ​ຈະ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ກີຣະ.”


ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka