10 “ພຣະທີ່ທ່ານໄວ້ວາງໃຈນັ້ນໄດ້ບອກວ່າ, ທ່ານຈະບໍ່ຕົກຢູ່ໃຕ້ອຳນາດຂອງເຮົາ ແຕ່ຢ່າໃຫ້ສິ່ງນັ້ນຫລອກລວງທ່ານເລີຍ.
ກະສັດເຮເຊກີຢາໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ; ຢູ່ໃນອານາຈັກຢູດາຍບໍ່ເຄີຍມີກະສັດຄົນໃດຄືເພິ່ນ ບໍ່ວ່າຜູ້ທີ່ໄດ້ປົກຄອງມາກ່ອນເພິ່ນ ຫລືນຳຫລັງເພິ່ນກໍຕາມ.
ພວກເຂົາເວົ້າວ່າ, “ເຈົ້າຜູ້ເພິ່ງພຣະເຈົ້າຢາເວເອີຍ ເປັນຫຍັງພຣະອົງບໍ່ມາຊ່ວຍກູ້ເອົາເຈົ້າ? ຖ້າພຣະອົງພໍໃຈໃນຕົວເຈົ້າແທ້ນັ້ນ ເປັນຫຍັງພຣະອົງບໍ່ມາຊ່ວຍເຫຼືອເອົາເຈົ້າໄວ້?”
ເພິ່ນເຕືອນວ່າຢ່າໃຫ້ເຮເຊກີຢາຫລອກລວງພວກເຈົ້າເລີຍ. ເຮເຊກີຢາຊ່ວຍຫຍັງພວກເຈົ້າບໍ່ໄດ້ດອກ.
ຢ່າຍອມໃຫ້ລາວຈູງດັງພວກເຈົ້າເຂົ້າໄປເພິ່ງພຣະເຈົ້າຢາເວ. ຢ່າຄິດວ່າພຣະເຈົ້າຢາເວຈະຊ່ວຍພວກເຈົ້າຢັບຢັ້ງກອງທັບຂອງອັດຊີເຣຍ ບໍ່ໃຫ້ຢຶດເອົາເມືອງຂອງພວກເຈົ້າໄດ້.
ພະທັງຫລາຍຂອງປະເທດເຫຼົ່ານີ້ຊ່ວຍປະເທດຂອງພວກເຂົາ ຈາກຈັກກະພັດໄດ້ເມື່ອໃດ? ແລ້ວພວກເຈົ້າຄິດຢ່າງໃດຈຶ່ງວ່າ ພຣະເຈົ້າຢາເວຊ່ວຍນະຄອນເຢຣູຊາເລັມໄດ້.”
ຂ້າຣາຊການຊັ້ນຜູ້ໃຫຍ່ອັດຊີເຣຍໄດ້ບອກຂ້າຣາຊການຊາວຢູດາວ່າ ກະສັດຢາກຈະຮູ້ຈັກວ່າ ແມ່ນຫຍັງທີ່ເຮັດໃຫ້ເຈົ້າເຮເຊກີຢາ ມີຄວາມໝັ້ນໃຈຢ່າງໜັກແໜ້ນແທ້.
ເຮົາໄດ້ຍິນຄຳເວົ້າໂອ້ອວດອັນປ່າເຖື່ອນທີ່ເຈົ້າໄດ້ກ່າວຕໍ່ສູ້ເຮົາ.
ລາວໄດ້ໄວ້ວາງໃຈໃນພຣະເຈົ້າ ແລະໄດ້ອ້າງຕົນວ່າເປັນພຣະບຸດຂອງພຣະເຈົ້າ ເບິ່ງດູວ່າ ພຣະເຈົ້າຈະພໍພຣະໄທຊ່ວຍລາວໃຫ້ພົ້ນດຽວນີ້ຫລືບໍ່.”