9 ທ່ານບໍ່ເທົ່າທຽມແມ່ນແຕ່ກັບຂ້າຣາຊການຊັ້ນຜູ້ນ້ອຍຂອງອັດຊີເຣຍຊໍ້າ; ແຕ່ທ່ານພັດຫວັງໃຫ້ຊາວເອຢິບສົ່ງລົດຮົບ ແລະທະຫານມ້າມາໃຫ້.
ທ່ານບໍ່ສໍ່າກັບຂ້າຣາຊການອັດຊີເຣຍຊັ້ນຕໍ່າໆ, ແຕ່ປານນັ້ນທ່ານຍັງຢາກໃຫ້ຊາວເອຢິບສົ່ງລົດມ້າແລະທະຫານມ້າໃຫ້.
ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ຊາວຊີເຣຍໄດ້ຍິນສິ່ງໜຶ່ງ ດັ່ງສຽງກອງທັບໃຫຍ່ ທີ່ມີທັງມ້າແລະລົດຮົບ ແລະຊາວຊີເຣຍຈຶ່ງຄິດວ່າກະສັດແຫ່ງອິດສະຣາເອນໄດ້ຈ້າງກະສັດຂອງຊາວຮິດຕີ ແລະກະສັດແຫ່ງເອຢິບໃຫ້ຍົກທັບມາໂຈມຕີພວກຕົນ.
ແມ່ນວ່າມີຝູງມ້າຕຽມເຮັດເສິກກໍດີ, ແຕ່ແມ່ນພຣະເຈົ້າຢາເວທີ່ເປັນຜູ້ໃຫ້ໄຊຊະນະ.
ເພິ່ນເວົ້າອວດວ່າ, “ຜູ້ບັນຊາການທະຫານທຸກຄົນຂອງເຮົາ ລ້ວນແຕ່ເປັນກະສັດທັງນັ້ນ
ພວກໃດທີ່ໄວ້ວາງໃຈປະເທດເອທີໂອເປຍ ແລະເວົ້າອວດໃຫ້ແກ່ປະເທດເອຢິບ ພວກນັ້ນກໍຈະຮູ້ເມື່ອວ່າຕົນຄິດຜິດໄປສາແລ້ວ ຄືຄວາມຫວັງຂອງພວກເຂົາໄດ້ແຕກສະຫລາຍໄປ.
ຄວາມຊ່ວຍເຫລືອທີ່ເອຢິບໃຫ້ນັ້ນບໍ່ມີປະໂຫຍດ. ສະນັ້ນ ເຮົາຈຶ່ງໄດ້ໃສ່ຊື່ຫລິ້ນໆໃຫ້ແກ່ເອຢິບວ່າ, ‘ມັງກອນບໍ່ມີພິດ.”’
ຊາວເອຢິບບໍ່ແມ່ນພຣະເຈົ້າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ. ມ້າຂອງພວກເຂົາບໍ່ໄດ້ວິເສດຫຍັງ. ເມື່ອພຣະເຈົ້າຢາເວດຳເນີນການ ຊາດທີ່ເຂັ້ມແຂງກໍຈະແຕກເປັນປ່ຽງນ້ອຍໆ ແລະຊາດອ່ອນແອທີ່ໄປຂໍໃຫ້ຊ່ວຍເຫລືອນັ້ນກໍຈະລົ້ມລົງ. ທັງສອງຈະຖືກທຳລາຍ.
ທ່ານຫວັງຈະໃຫ້ເອຢິບຊ່ວຍເຫລືອ, ແຕ່ຈະເປັນດັ່ງໃຊ້ໄມ້ອໍ້ແທນໄມ້ເທົ້າ ມັນຈະຫັກ ແລະແທງມືທ່ານລ້າໆ. ຄົນໃດທີ່ເພິ່ງພາກະສັດປະເທດເອຢິບຈະເປັນດັ່ງນັ້ນແຫລະ.”
ຂ້າພະເຈົ້າຂໍພະນັນກັບທ່ານໃນນາມຂອງຈັກກະພັດ ດັ່ງນີ້: ຂ້າພະເຈົ້າຈະຫາມ້າສອງພັນໂຕມາໃຫ້ ຖ້າທ່ານຫາຄົນຂີ່ມ້າຕາມຈຳນວນນັ້ນໄດ້.
ເຈົ້າໄດ້ຕີລາຄາເຈົ້າເອງຢ່າງຕໍ່າໆ ໂດຍຫັນໄປຫາບັນດາພະຂອງຊົນຊາດອື່ນໆ. ເອຢິບຈະເຮັດໃຫ້ເຈົ້າຜິດຫວັງ ດັ່ງອັດຊີເຣຍໄດ້ເຮັດໃຫ້ເຈົ້າຜິດຫວັງມາແລ້ວ.
ກະສັດບໍ່ຕ້ອງມີມ້າຈຳນວນຫລວງຫລາຍໄວ້ໃຊ້ໃນກອງທັບ ແລະບໍ່ຕ້ອງສົ່ງຄົນໄປຊື້ມ້າ ທີ່ປະເທດເອຢິບ ເພາະພຣະເຈົ້າຢາເວໄດ້ບອກໄພ່ພົນຂອງພຣະອົງບໍ່ໃຫ້ພວກເຂົາກັບໄປທີ່ນັ້ນອີກຈັກເທື່ອ.