Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:8 - ພຣະຄຳພີສັກສິ

8 ຂ້າພະເຈົ້າ​ຂໍ​ພະນັນ​ກັບ​ທ່ານ​ໃນນາມ​ຂອງ​ຈັກກະພັດ ດັ່ງນີ້: ຂ້າພະເຈົ້າ​ຈະ​ຫາ​ມ້າ​ສອງພັນ​ໂຕ​ມາ​ໃຫ້ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ຕາມ​ຈຳນວນ​ນັ້ນ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 36:8
13 Jak'a apnaqawi uñst'ayäwi  

ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ເພິ່ນ​ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ຈັບ​ພວກເຂົາ​ທັງ​ເປັນ ບໍ່​ວ່າ​ພວກເຂົາ​ມາ​ສູ້ຮົບ ຫລື​ມາ​ເຈລະຈາ​ສັນຕິພາບ​ກໍຕາມ.”


ເພິ່ນ​ໄດ້​ຢຶດເອົາ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ເພິ່ນ​ພົບ​ເຫັນ ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຊັບສົມບັດ​ທັງໝົດ​ໃນ​ຣາຊວັງ ແລະ​ຂົນ​ເຄື່ອງ​ເຫຼົ່ານີ້​ເມືອ​ນະຄອນ​ຊາມາເຣຍ. ເພິ່ນ​ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຕົວປະກັນ​ດ້ວຍ.


ໃນ​ຣາຊການ​ປີ​ທີ​ສິບສີ່ ຂອງ​ກະສັດ​ເຮເຊກີຢາ; ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ໂຈມຕີ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ອານາຈັກ​ຢູດາຍ ແລະ​ຢຶດເອົາ​ເມືອງ​ໄດ້.


ຂ້າພະເຈົ້າ​ຂໍ​ທ້າທາຍ​ກັບ​ທ່ານ​ໃນ​ນາມ​ຂອງ​ຈັກກະພັດ. ຂ້າພະເຈົ້າ​ຈະ​ເອົາ​ມ້າ​ສອງພັນ​ໂຕ ໃຫ້​ທ່ານ ຖ້າ​ທ່ານ​ຊອກ​ຫາ​ຄົນ​ຂີ່​ໄດ້​ຫລາຍ​ເທົ່າ​ກັບ​ຈຳນວນ​ມ້າ!


ແລ້ວ​ເພິ່ນ​ກໍ​ສັ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຈາກ​ເມືອງ​ລາກິດ ນຳ​ກຳລັງ​ທະຫານ​ຢ່າງ​ຫລວງຫລາຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ບັງຄັບ​ໃຫ້​ເຈົ້າ​ເຮເຊກີຢາ​ຍອມ​ຈຳນົນ. ຂ້າຣາຊການ​ຜູ້ນັ້ນ​ໄດ້​ຢຶດ​ຖະໜົນ​ບ່ອນ​ຊັກ​ຜ້າ ໂດຍ​ທາງ​ຄັນຄູ​ຊຶ່ງ​ສົ່ງ​ນໍ້າ​ມາ​ແຕ່​ສະ​ບ່ອນ​ສູງ.


ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ເວົ້າ​ຕໍ່ໄປ​ວ່າ, “ຫລື​ທ່ານ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ຊັ້ນບໍ? ແມ່ນ​ເຮເຊກີຢາ​ທີ່​ໄດ້​ທຳລາຍ​ບ່ອນ​ສັກສິດ ແລະ​ແທ່ນບູຊາ ເມື່ອ​ເພິ່ນ​ບອກ​ປະຊາຊົນ​ຢູດາ ແລະ​ນະຄອນ​ເຢຣູຊາເລັມ​ໄປ​ນະມັດສະການ ທີ່​ແທ່ນບູຊາ​ແຕ່​ແຫ່ງດຽວ.


ທ່ານ​ບໍ່​ເທົ່າທຽມ​ແມ່ນແຕ່​ກັບ​ຂ້າຣາຊການ​ຊັ້ນ​ຜູ້ນ້ອຍ​ຂອງ​ອັດຊີເຣຍ​ຊໍ້າ; ແຕ່​ທ່ານ​ພັດ​ຫວັງ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດຮົບ ແລະ​ທະຫານ​ມ້າ​ມາ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka