Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:7 - ພຣະຄຳພີສັກສິ

7 ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ເວົ້າ​ຕໍ່ໄປ​ວ່າ, “ຫລື​ທ່ານ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ຊັ້ນບໍ? ແມ່ນ​ເຮເຊກີຢາ​ທີ່​ໄດ້​ທຳລາຍ​ບ່ອນ​ສັກສິດ ແລະ​ແທ່ນບູຊາ ເມື່ອ​ເພິ່ນ​ບອກ​ປະຊາຊົນ​ຢູດາ ແລະ​ນະຄອນ​ເຢຣູຊາເລັມ​ໄປ​ນະມັດສະການ ທີ່​ແທ່ນບູຊາ​ແຕ່​ແຫ່ງດຽວ.

Uka jalj uñjjattʼäta Copia luraña




ເອຊາຢາ 36:7
15 Jak'a apnaqawi uñst'ayäwi  

ຂ້າຣາຊການ​ອັດຊີເຣຍ​ຜູ້ນັ້ນ​ໄດ້​ເວົ້າ​ຕໍ່ໄປ​ວ່າ, “ບາງທີ​ທ່ານ​ອາດ​ຈະ​ບອກ​ຂ້າພະເຈົ້າ​ວ່າ ທ່ານ​ກຳລັງ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ກໍໄດ້? ບໍ່ແມ່ນ​ເຮເຊກີຢາ​ບໍ​ທີ່​ໄດ້​ທຳລາຍ​ພະ​ທັງຫລາຍ​ຖິ້ມ ເມື່ອ​ເພິ່ນ​ໄດ້​ບອກ​ປະຊາຊົນ​ຊາວ​ຢູດາຍ ແລະ​ຊາວ​ເຢຣູຊາເລັມ ໃຫ້​ນະມັດສະການ​ທີ່​ແທ່ນບູຊາ​ໃນ​ນະຄອນ​ເຢຣູຊາເລັມ​ແຕ່ເທົ່ານັ້ນ.


ພວກເຂົາ​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະອົງ​ຊ່ວຍເຫລືອ ແລະ​ພຣະເຈົ້າ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ; ພຣະອົງ​ໃຫ້​ພວກເຂົາ​ເອົາ​ຊະນະ​ພວກຮັກກິດ​ແລະ​ພັນທະມິດ.


ພວກເຂົາ​ເລີ່ມຕົ້ນ​ໂດຍ​ເອົາ​ແທ່ນ​ທັງໝົດ​ທີ່​ໃຊ້​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງຫອມ​ໃນ​ນະຄອນ​ເຢຣູຊາເລັມ ໂຍນ​ລົງ​ໃນ​ຮ່ອມພູ​ກິດໂຣນ.


ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ລາວ​ເປັນ​ຜູ້​ທີ່​ທຳລາຍ​ສະຖານທີ່​ສູງ ແລະ​ແທ່ນບູຊາ​ຕ່າງໆ​ຂອງ​ພຣະອົງ ແຕ່​ແລ້ວ​ລາວ​ກໍ​ບອກ​ປະຊາຊົນ​ຊາວ​ຢູດາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ ນະມັດສະການ ແລະ​ເຜົາ​ຖວາຍບູຊາ​ທີ່​ເທິງ​ແທ່ນບູຊາ​ພຽງ​ແຫ່ງດຽວ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.


ຂ້າພະເຈົ້າ​ຂໍ​ພະນັນ​ກັບ​ທ່ານ​ໃນນາມ​ຂອງ​ຈັກກະພັດ ດັ່ງນີ້: ຂ້າພະເຈົ້າ​ຈະ​ຫາ​ມ້າ​ສອງພັນ​ໂຕ​ມາ​ໃຫ້ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ຕາມ​ຈຳນວນ​ນັ້ນ​ໄດ້.


ຝ່າຍ​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສາມາດ​ສັງເກດ​ຮູ້​ສິ່ງສາລະພັດ​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ສັງເກດ​ຮູ້​ໃຈ​ຜູ້ນັ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka