Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:6 - ພຣະຄຳພີສັກສິ

6 ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”

Uka jalj uñjjattʼäta Copia luraña




ເອຊາຢາ 36:6
12 Jak'a apnaqawi uñst'ayäwi  

ແຕ່​ຢູ່​ມາ​ໃນ​ປີ​ໜຶ່ງ ກະສັດ​ໂຮເຊຢາ​ໄດ້​ສົ່ງ​ທູດ​ໄປ​ຫາ​ກະສັດ​ໂສ​ແຫ່ງ​ເອຢິບ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເພິ່ນ ແລະ​ຢຸດ​ເສຍສ່ວຍ​ປະຈຳ​ປີ​ໃຫ້​ແກ່​ອັດຊີເຣຍ. ເມື່ອ​ກະສັດ​ຊານມາເນເຊ​ຮູ້​ຂ່າວ​ນີ້​ເພິ່ນ​ກໍ​ຈັບ​ກະສັດ​ໂຮເຊຢາ​ໄປ​ຂັງ​ຄຸກ​ໄວ້.


ທ່ານ​ຫວັງ​ໃຫ້​ປະເທດ​ເອຢິບ​ຊ່ວຍເຫລືອ​ຊັ້ນບໍ? ແຕ່​ກໍ​ຄົງ​ເປັນ​ດັ່ງ​ເອົາ​ໄມ້ອໍ້​ໃຊ້​ເປັນ​ໄມ້ເທົ້າ; ມັນ​ຈະ​ຫັກ​ແລະ​ປັກ​ມື​ຂອງທ່ານ​ເອງ. ກະສັດ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້ແຫລະ ສຳລັບ​ຜູ້​ທີ່​ໄປ​ເອື່ອຍອີງ​ອາໄສ​ເພິ່ນ.”


ຢ່າ​ມອບ​ຄວາມຫວັງ​ຂອງເຈົ້າ​ໄວ້​ໃນ​ບັນດາ​ຜູ້ນຳ ບໍ່ມີ​ມະນຸດ​ຄົນໃດ​ອາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ການ​ເພິ່ງພາ​ຜູ້​ທີ່​ເຊື່ອໃຈ​ບໍ່ໄດ້​ໃນ​ຍາມ​ຂັບຂັນ ກໍ​ເທົ່າກັບ​ມີ​ແຂ້ວ​ຄອນ​ຫຍໍ້າເຂົ້າ ຫລື​ມີ​ຕີນ​ພິການ​ຍ່າງ​ໄປ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ເຖິງ​ແມ່ນ​ວ່າ​ກອງທັບ​ອັນ​ເຂັ້ມແຂງ​ຂອງ​ກະສັດ​ແຫ່ງ​ເອຢິບ ກໍ​ຈະ​ບໍ່​ສາມາດ​ສູ້ຮົບ​ຊ່ວຍ​ລາວ​ໄດ້ ໃນ​ເມື່ອ​ຊາວ​ບາບີໂລນ​ໄດ້​ສ້າງ​ຄັນຄູ​ປ້ອງກັນ ແລະ​ຂຸດ​ຫລຸມ​ໄວ້​ເພື່ອ​ຈະ​ຂ້າ​ຫລາຍ​ຄົນ.


ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka