Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:5 - ພຣະຄຳພີສັກສິ

5 ເຂົາ​ຖາມ​ວ່າ, “ທ່ານ​ຄິດ​ວ່າ​ຖ້ອຍຄຳ​ແທນ​ຄວາມ​ຊຳນານ ແລະ​ອຳນາດ​ທາງ​ທະຫານ​ໄດ້​ບໍ? ທ່ານ​ຄິດ​ວ່າ​ສິ່ງນັ້ນ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້​ຊັ້ນບໍ?

Uka jalj uñjjattʼäta Copia luraña




ເອຊາຢາ 36:5
8 Jak'a apnaqawi uñst'ayäwi  

ເພິ່ນ​ຖາມ​ວ່າ, ທ່ານ​ຄິດ​ວ່າ​ຄຳ​ເວົ້າ​ໃຊ້​ແທນ​ຝີມື ແລະ​ອຳນາດ​ຂອງ​ທະຫານ​ໄດ້​ຊັ້ນບໍ? ທ່ານ​ຄິດ​ວ່າ​ໃຜ​ແດ່​ຈະ​ຊ່ວຍ​ທ່ານ​ໃຫ້​ກະບົດ​ຕໍ່​ອັດຊີເຣຍ​ໄດ້?


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສະຖິດ​ຢູ່​ກັບ​ເພິ່ນ ແລະ​ທຸກສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ສຳເລັດຜົນ. ເພິ່ນ​ໄດ້​ກະບົດ​ຕໍ່​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ບໍ່ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ອີກ​ຕໍ່ໄປ.


ໃນ​ຂະນະທີ່​ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ ເຈົ້າ​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ບຸກຮຸກ​ຢູດາຍ ແລະ​ກະສັດ​ເຢໂຮຍອາກິມ​ໄດ້​ຖືກ​ບັງຄັບ​ໃຫ້​ຍອມ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ ເປັນ​ເວລາ​ສາມ​ປີ ແລ້ວ​ເພິ່ນ​ກໍໄດ້​ກະບົດ.


ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ


ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka