Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:4 - ພຣະຄຳພີສັກສິ

4 ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ອັດຊີເຣຍ​ໄດ້​ບອກ​ຂ້າຣາຊການ​ຊາວ​ຢູດາ​ວ່າ ກະສັດ​ຢາກ​ຈະ​ຮູ້ຈັກ​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ເຮເຊກີຢາ ມີ​ຄວາມ​ໝັ້ນໃຈ​ຢ່າງ​ໜັກແໜ້ນ​ແທ້.

Uka jalj uñjjattʼäta Copia luraña




ເອຊາຢາ 36:4
17 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ກອງທັບ​ໃຫຍ່​ແຕ່​ເມືອງ​ລາກິດ​ໄປ​ໂຈມຕີ​ກະສັດ​ເຮເຊກີຢາ​ທີ່​ນະຄອນ​ເຢຣູຊາເລັມ; ກອງທັບ​ນີ້​ບັນຊາການ​ໂດຍ​ນາຍ​ທະຫານ​ສາມ​ຄົນ ມີ​ດັ່ງນີ້: ຜູ້​ບັນຊາການ​ສູງສຸດ, ຜູ້​ບັນຊາການ​ກອງທັບ ແລະ​ຮອງ​ຜູ້​ບັນຊາການ​ສູງສຸດ​ທີ່​ເປັນ​ຜູ້​ບັນຊາການ​ແນວຮົບ. ເມື່ອ​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍ​ເຂົ້າ​ຢຶດເອົາ​ຖະໜົນ​ຊ່າງ​ຕໍ່າ​ຜ້າ ໂດຍ​ຜ່ານ​ໄປ​ທາງ​ທໍ່ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເບື້ອງເໜືອ.


ກະສັດ​ເຮເຊກີຢາ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ຢູ່​ໃນ​ອານາຈັກ​ຢູດາຍ​ບໍ່ເຄີຍ​ມີ​ກະສັດ​ຄົນໃດ​ຄື​ເພິ່ນ ບໍ່​ວ່າ​ຜູ້​ທີ່​ໄດ້​ປົກຄອງ​ມາ​ກ່ອນ​ເພິ່ນ ຫລື​ນຳ​ຫລັງ​ເພິ່ນ​ກໍຕາມ.


“ຢ່າ​ໃຫ້​ພຣະເຈົ້າ​ຂອງທ່ານ​ອົງ​ທີ່​ທ່ານ​ໄວ້ວາງໃຈ​ນັ້ນ​ຫລອກລວງ​ທ່ານ ໂດຍ​ເວົ້າ​ວ່າ​ນະຄອນ​ເຢຣູຊາເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ກຳມື​ຂອງເຮົາ


ຂ້ານ້ອຍ​ຖືກ​ຢຽບຢໍ່າ​ຍ້ອນ​ເຂົາ​ເວົ້າ​ນິນທາ ພວກເຂົາ​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍໆ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”


ຂ້ານ້ອຍ​ຮ້ອງໄຫ້​ທັງເວັນ​ທັງຄືນ ອາຫານ​ທີ່​ກືນ​ລົງ​ກໍ​ມີ​ແຕ່​ນໍ້າຕາ​ເທົ່ານັ້ນ ເຫຼົ່າ​ສັດຕູ​ໄດ້​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ຊາຍ​ໂມອາບ ເປັນຫຍັງ​ຈຶ່ງ​ວ່າ​ເປັນ​ຊ່ຽວຊານ​ການ​ລົບ ເປັນ​ຜູ້​ອົງອາດ​ກ້າຫານ​ທີ່​ຜ່ານ​ເສິກ​ມາ​ແລ້ວ?


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka