3 ຊາວຢູດາສາມຄົນໄດ້ອອກມາພົບພວກເຂົາ ຄືເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ.
ແລ້ວພວກເຂົາກໍສັ່ງຄົນໄປຫາກະສັດເຮເຊກີຢາ ໂດຍມີຂ້າຣາຊການສາມຄົນໄດ້ອອກມາພົບເຂົາ ມີດັ່ງນີ້: ເອລີອາກິມລູກຊາຍຂອງຮິນກີຢາ ຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບ ຜູ້ບັນທຶກ.
ແລ້ວເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ, ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ ກໍຈີກເສື້ອຂອງຕົນດ້ວຍຄວາມທຸກໃຈ ແລະໄປລາຍງານສິ່ງທີ່ຂ້າຣາຊການແຫ່ງອັດຊີເຣຍໄດ້ເວົ້ານັ້ນສູ່ກະສັດຟັງ.