Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:12 - ພຣະຄຳພີສັກສິ

12 ເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ທີ່ນີ້ ເພື່ອ​ບອກ​ເລື່ອງນີ້​ແກ່​ທ່ານ​ແລະ​ກະສັດ​ຂອງທ່ານ​ເທົ່ານັ້ນ​ບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ໃຫ້​ປະຊາຊົນ​ທີ່​ນັ່ງ​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ ຄື​ພວກ​ທີ່​ຈະ​ຕ້ອງ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ແລະ​ທ່ານ​ກໍ​ຈະ​ຕ້ອງ​ກິນ​ເຊັ່ນກັນ.”

Uka jalj uñjjattʼäta Copia luraña




ເອຊາຢາ 36:12
11 Jak'a apnaqawi uñst'ayäwi  

ຂ້າຣາຊການ​ຜູ້ນັ້ນ​ຕອບ​ຄືນ​ວ່າ, “ພວກທ່ານ​ຄິດ​ວ່າ ນາຍ​ຂອງ​ຂ້າພະເຈົ້າ​ສົ່ງ​ຂ້າພະເຈົ້າ​ມາ​ແລະ​ບອກ​ເລື່ອງ​ເຫຼົ່ານີ້ ແກ່​ພວກທ່ານ​ແລະ​ນາຍ​ຂອງ​ພວກທ່ານ​ແຕ່​ເທົ່ານັ້ນ​ຊັ້ນບໍ? ບໍ່ແມ່ນ​ດອກ ຂ້າພະເຈົ້າ​ຢາກ​ເວົ້າ​ໃຫ້​ພວກ​ທີ່​ນັ່ງ​ຢູ່​ເທິງ​ກຳແພງ​ນັ້ນ​ໄດ້ຍິນ​ນຳ​ດ້ວຍ ເພາະ​ພວກເຂົາ​ຈະ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ຕົນເອງ ເໝືອນກັນ​ກັບ​ພວກທ່ານ​ນັ້ນແຫລະ.”


ແລ້ວ​ເອລີອາກິມ, ເຊັບນາ ແລະ​ໂຢອາ​ກໍ​ບອກ​ຂ້າຣາຊການ​ຜູ້ນັ້ນ​ວ່າ, “ຢ່າ​ເວົ້າ​ເປັນ​ພາສາ​ເຮັບເຣີ​ເລີຍ. ເວົ້າ​ເປັນ​ພາສາ​ອາຣາມິກ​ກໍໄດ້; ພວກເຮົາ​ເຂົ້າໃຈ​ຢູ່ ເພາະ​ປະຊາຊົນ​ທັງໝົດ​ທີ່​ເທິງ​ກຳແພງ​ເມືອງ​ກຳລັງ​ຟັງ​ຢູ່.”


ແລ້ວ​ຂ້າຣາຊການ​ຜູ້ນັ້ນ​ກໍໄດ້​ຢືນ​ຂຶ້ນ ແລະ​ຮ້ອງ​ສຽງດັງ​ເປັນ​ພາສາ​ເຮັບເຣີ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ​ກຳລັງ​ບອກ​ພວກເຈົ້າ.


ປະຊາຊົນ​ທົ່ວ​ທັງ​ປະເທດ​ໄດ້​ເກັບເລັມ​ເອົາ​ອາຫານ​ມາ​ກິນ ບ່ອນ​ລະເລັກ​ລະນ້ອຍ​ຕາມ​ທີ່​ຕົນ​ຫາ​ໄດ້, ແຕ່​ພວກເຂົາ​ກໍ​ບໍ່​ອີ່ມ​ເປັນ​ຈັກເທື່ອ ຈຶ່ງ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.


ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”


ເຈົ້າ​ຈະ​ຕ້ອງ​ດັງ​ໄຟ ໂດຍ​ໃຊ້​ອາຈົມ​ຂອງ​ມະນຸດ​ທີ່​ແຫ້ງ​ແລ້ວ​ປີ້ງ​ເຂົ້າຈີ່ ແລະ​ກິນ​ໃນ​ບ່ອນ​ທີ່​ທຸກຄົນ​ເຫັນ​ເຈົ້າ​ໄດ້.”


ແລ້ວ​ພຣະອົງ​ກໍ​ກ່າວ​ຕື່ມ​ວ່າ, “ມະນຸດ​ເອີຍ ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ລົງ. ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ທຸກ​ທໍລະມານ​ໃຈ ແລະ​ອຸກອັ່ງ ເມື່ອ​ພວກເຂົາ​ຕວງ​ອັດຕາ​ອາຫານ​ທີ່​ພວກເຂົາ​ກິນ ແລະ​ນໍ້າ​ທີ່​ພວກເຂົາ​ດື່ມ.


ພວກເຈົ້າ​ຈະ​ຫິວໂຫຍ​ຢ່າງ​ໜັກ​ທີ່ສຸດ ຈົນ​ຈະ​ຕ້ອງ​ກິນ​ພວກ​ລູກຊາຍ​ລູກຍິງ​ຂອງຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka