Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 36:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສິບສີ່​ຂອງ​ເຈົ້າ​ເຮເຊກີຢາ ກະສັດ​ແຫ່ງ​ຢູດາຍ; ເຊັນນາເກຣິບ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກໂຈມຕີ​ບັນດາ​ເມືອງ ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຢູດາຍ​ແລະ​ຢຶດ​ເມືອງ​ເຫຼົ່ານັ້ນ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 36:1
11 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ປີ​ທີ​ສິບສີ່ ຂອງ​ກະສັດ​ເຮເຊກີຢາ; ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ໂຈມຕີ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ອານາຈັກ​ຢູດາຍ ແລະ​ຢຶດເອົາ​ເມືອງ​ໄດ້.


ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ກອງທັບ​ໃຫຍ່​ແຕ່​ເມືອງ​ລາກິດ​ໄປ​ໂຈມຕີ​ກະສັດ​ເຮເຊກີຢາ​ທີ່​ນະຄອນ​ເຢຣູຊາເລັມ; ກອງທັບ​ນີ້​ບັນຊາການ​ໂດຍ​ນາຍ​ທະຫານ​ສາມ​ຄົນ ມີ​ດັ່ງນີ້: ຜູ້​ບັນຊາການ​ສູງສຸດ, ຜູ້​ບັນຊາການ​ກອງທັບ ແລະ​ຮອງ​ຜູ້​ບັນຊາການ​ສູງສຸດ​ທີ່​ເປັນ​ຜູ້​ບັນຊາການ​ແນວຮົບ. ເມື່ອ​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍ​ເຂົ້າ​ຢຶດເອົາ​ຖະໜົນ​ຊ່າງ​ຕໍ່າ​ຜ້າ ໂດຍ​ຜ່ານ​ໄປ​ທາງ​ທໍ່ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເບື້ອງເໜືອ.


ເພິ່ນ​ໄດ້​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ ແລະ​ບຸກໜ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.


ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ຮັບໃຊ້​ພຣະເຈົ້າ​ຢ່າງ​ສັດຊື່ ຕາມ​ທີ່​ກ່າວ​ມາ​ແລ້ວ​ນັ້ນ; ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ກໍໄດ້​ມາ​ຮຸກຮານ​ອານາຈັກ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ສັ່ງ​ໃຫ້​ກອງທັບ​ຂອງ​ເພິ່ນ​ທະລຸ​ກຳແພງ​ເມືອງ.


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຈ້າງ​ເອົາ​ຊ່າງ​ຕັດຜົມ​ມາ​ຈາກ​ແມ່ນໍ້າ​ເອີຟຣັດ​ຟາກ​ໜຶ່ງ ຄື​ຈັກກະພັດ​ອັດຊີເຣຍ ເພິ່ນ​ຈະ​ແຖ​ຜົມ​ທີ່​ເທິງ​ຫົວ ແຖ​ໜວດ​ທັງ​ແຖ​ຂົນ​ຕາມ​ຕົນຕົວ​ຂອງ​ເຈົ້າ​ຖິ້ມ.


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka