9 ແມ່ນໍ້າຕ່າງໆຂອງເອໂດມຈະກາຍເປັນນໍ້າມັນດິນ ແລະຂີ້ດິນກໍຈະກາຍເປັນມາດທີ່ໄໝ້ເຜົາຜານທົ່ວປະເທດ.
ເພິ່ນຫລຽວລົງເບິ່ງເມືອງໂຊໂດມກັບເມືອງໂກໂມຣາແລະຮ່ອມພູທັງໝົດ ຈຶ່ງເຫັນຄວັນໄຟພຸ່ງຂຶ້ນມາຈາກພື້ນດິນ ດັ່ງຄວັນໄຟທີ່ພຸ່ງຂຶ້ນມາຈາກເຕົາຫລອມໃຫຍ່.
ບັດນີ້ ຜູ້ໃດສາມາດຢູ່ໃນຜ້າເຕັນຂອງຕົນ ຫລັງຈາກທີ່ຄົນໂຮຍມາດລົງຂ້າເຊື້ອພະຍາດທີ່ນັ້ນ.
ພຣະອົງສົ່ງຖ່ານໄຟ ແລະມາດທີ່ລຸກໄໝ້ຢູ່ ລົງມາສູ່ຄົນຊົ່ວຮ້າຍທັງຫລາຍ ພຣະອົງໄດ້ລົງໂທດພວກເຂົາ ໂດຍສົ່ງລົມຮ້ອນມາເຜົາໄໝ້.
ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ.
ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນໂບຊະຣາຈະກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຍິ່ງ ແລະເປັນຖິ່ນແຫ້ງແລ້ງກັນດານ; ປະຊາຊົນຈະຫົວເຍາະເຍີ້ຍແລະໃຊ້ຊື່ນັ້ນເປັນຄຳສາບແຊ່ງ. ໝູ່ບ້ານທັງໝົດທີ່ຢູ່ອ້ອມແອ້ມນັ້ນຈະເປັນທີ່ຮົກຮ້າງເພພັງຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ໃນວັນທີ່ໂລດອອກໄປຈາກເມືອງໂຊໂດມນັ້ນ ໄຟແລະມາດ ໄດ້ຕົກຈາກຟ້າ ເຜົາຜານທຸກສິ່ງໃຫ້ຈິບຫາຍໝົດ.
ໄຮ່ນາຈະແຫ້ງແລ້ງແລະແຂງເປັນດິນດາກປົນເກືອ ຈະປູກສິ່ງໃດໃສ່ດິນນັ້ນກໍບໍ່ໄດ້ ແລະແມ່ນແຕ່ຫຍ້າກໍຈະບໍ່ເກີດຂຶ້ນເລີຍ. ດິນແດນຂອງພວກເຈົ້າຈະເປັນດັ່ງເມືອງໂຊໂດມແລະໂກໂມຣາ ເມືອງອັດມາແລະເຊບົວອິມ ຊຶ່ງພຣະເຈົ້າຢາເວໄດ້ທຳລາຍ ເມື່ອພຣະອົງໄດ້ໂກດຮ້າຍຢ່າງຮຸນແຮງນັ້ນ.
ເໝືອນດັ່ງເມືອງໂຊໂດມແລະໂກໂມຣາ ພ້ອມທັງເມືອງທີ່ຢູ່ອ້ອມແອ້ມນັ້ນ ຊຶ່ງຊາວເມືອງເຫຼົ່ານີ້ ໄດ້ປະພຶດເໝືອນດັ່ງພວກເທວະດາເຫຼົ່ານັ້ນໄດ້ປະພຶດ ແລະມົ້ວສຸມຢູ່ໃນການຜິດສິນທຳທາງເພດ ແລະຣາຄະຕັນຫາ. ພວກເຂົາຕ້ອງຖືກໂທດຢູ່ໃນບຶງໄຟ ທີ່ໄໝ້ຢູ່ຕະຫລອດໄປເປັນນິດ.
ສັດຮ້າຍໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທຳ ທີ່ໄດ້ເຮັດໝາຍສຳຄັນຕໍ່ໜ້າສັດຮ້າຍນັ້ນ ແລະໃຊ້ໝາຍສຳຄັນນັ້ນ ຫລອກລວງຄົນທັງຫລາຍທີ່ຮັບເຄື່ອງໝາຍຂອງສັດຮ້າຍແລະບູຊາຮູບຂອງມັນ ພວກເຂົາທັງສອງໄດ້ຖືກຖິ້ມລົງທັງເປັນ ໃນບຶງໄຟທີ່ໄໝ້ຢູ່ດ້ວຍມາດ.
ສ່ວນຄົນຂີ້ຢ້ານ, ຄົນທໍລະຍົດ, ຄົນປະພຶດໃນສິ່ງທີ່ໜ້າກຽດໜ້າຊັງ, ຜູ້ຂ້າຄົນ, ຄົນປະພຶດຜິດສິນທຳທາງເພດ, ຄົນໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະທຸກຄົນນັ້ນ ມໍຣະດົກຂອງຄົນເຫຼົ່ານັ້ນ ແມ່ນບຶງໄຟທີ່ໄໝ້ຢູ່ປົນກັບມາດ ຊຶ່ງເປັນຄວາມຕາຍຄັ້ງທີສອງ.”